ຂ່າວສານ

ນາຍົກລັດຖະມົນຕີເຂົ້າຮ່ວມກອງປະຊຸມສົນທະນາລະດັບສູງຂອງເວທີປາໄສເສດຖະກິດເອກະຊົນຫວຽດນາມ 2025

ໃນຂອບເຂດເວທີປາໄສເສດຖະກິດເອກະຊົນຫວຽດນາມ 2025, ຕອນບ່າຍວັນທີ 16ກັນຍາ, ກອງປະຊຸມສົນທະນາລະດັບສູງໄດ້ດຳເນີນຢູ່ຮ່າໂນ້ຍ, ໂດຍມີການເຂົ້າຮ່ວມຂອງຜູ້ແທນເກືອບ 1.000 ຄົນ ເຊິ່ງລວມມີການນຳຂອງລັດຖະບານ, ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ, ອົງການສາກົນ, ນັກຊ່ຽວຊານ, ນັກວິທະຍາສາດ ແລະ ປະຊາຄົມວິສາຫະກິດເອກະຊົນໃນທົ່ວປະເທດ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງທີ່ກອງປະຊຸມສົນທະນາລະດັບສູງຂອງເວທີປາໄສເສດຖະກິດເອກະຊົນຫວຽດນາມ 2025

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ປາດຖະໜາວ່າ ບັນດາວິສາຫະກິດ ແລະ ນັກລົງທຶນຈະປະຕິບັດບັນດາແນວທາງ ແລະ ແຜນນະໂຍບາຍຂອງພັກ, ລັດ ຢ່າງເຂັ້ມງວດ, ສະແດງໃຫ້ເຫັນຈັນຍາບັນການດຳເນີນທຸລະກິດ ແລະ ມີຄວາມຮັບຜິດຊອບຕໍ່ສັງຄົມ, ພ້ອມທັງພ້ອມກັບພັກ, ລັດ ແລະ ປະຊາຊົນໃນຂະບວນການເອກະລາດແຫ່ງຊາດ ແລະ ສັງຄົມນິຍົມ: ທ່ານນາຍົກລັດຖະມົນຕີກ່າວວ່າ:

   "ຂ້າພະເຈົ້າຫວັງວ່າບັນດາທ່ານຈະສ້າງກຳລັງແຮງ, ປຸກລະດົມນ້ຳໃຈສາມັກຄີແຫ່ງຊາດອັນໃຫຍ່ຫຼວງ; ສະແດງໃຫ້ເຫັນຄວາມເຂັ້ມແຂງຂອງວິສາຫະກິດ, ສົ່ງເສີມກຳລັງປະຊາຊົນ, ກຳລັງແຮງຂອງປະເທດຊາດ. ບັນດາທ່ານຈົ່ງສະແດງໃຫ້ເຫັນຄວາມເຂັ້ມແຂງຂອງນັກປະກອບການ, ປະກອບສ່ວນຊຸກຍູ້, ລະດົມກຳລັງໃຈ, ສ້າງກຳລັງແຮງຂອງປະເທດຊາດ".


top