ຂ່າວສານ

ນາຍົກລັດຖະມົນຕີຮຽກຮ້ອງເລັ່ງສັກວັກຊິນກັນໂຄວິດ- 19 ເຂັມກະຕຸ້ນໃຫ້ໄວກວ່າອີກ

ທ່ານນາຍົກລັດຖະມົນຕີຮຽກຮ້ອງໃຫ້ກະຊວງສາທາລະນະສຸກ ຫວຽດນາມ ສຸມໃສ່ຊີ້ນຳບັນດາແຂວງ, ນະຄອນຂຶ້ນກັບສູນກາງ ຕ້ອງເລັ່ງສັກວັກຊິນກັນໂຄວິດ-19 ເຂັ້ມກະຕຸ້ນໃຫ້ຜູ້ມີອາຍຸ 18 ປີຂຶ້ນໃຫ້ຢ່າງໄວກວ່າ
  (ພາບປະກອບ: TTXVN)  

 ຫ້ອງວ່າການລັດຖະບານໄດ້ປະກາດໃຊ້ໜັງສືທາງການໃນວັນທີ 15 ມີນາ ວ່າດ້ວຍການຖ່າຍຖອດຄຳສັ່ງຊີ້ນຳຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ກ່ຽວກັບ “ແຜນການນຳໃຊ້ວັກຊິນກັນໂຄວິດ-19 ປີ 2022”.

ທ່ານນາຍົກລັດຖະມົນຕີຮຽກຮ້ອງໃຫ້ກະຊວງສາທາລະນະສຸກ ຫວຽດນາມ ສຸມໃສ່ຊີ້ນຳບັນດາແຂວງ, ນະຄອນຂຶ້ນກັບສູນກາງ ຕ້ອງເລັ່ງສັກວັກຊິນກັນໂຄວິດ-19 ເຂັ້ມກະຕຸ້ນໃຫ້ຜູ້ມີອາຍຸ 18 ປີຂຶ້ນໃຫ້ຢ່າງໄວກວ່າ ແລະ ຍູ້ໄວການຊື້, ສັກວັກຊິນໃຫ້ເດັກໃນເກນອາຍຸແຕ່ 5 ຫາ ຕ່ຳກວ່າ 12 ປີ ຕາມການຊີ້ນຳກ່ອນນັ້ນຂອງນາຍົກລັດຖະມົນຕີ.

ພ້ອມກັນນັ້ນ, ກະຊວງສາທາລະນະສຸກ ຕິດຕາມສະພາບການ, ຄຳສະເໜີແນະບົດຮຽນສາກົນກ່ຽວກັບການສັກວັກຊິນເຂັມທີ 4 ຢ່າງໃກ້ຊິດ ເພື່ອເປັນເຈົ້າການແກ້ໄຂ, ລາຍງານຕໍ່ນາຍົກລັດຖະມົນຕີ ກ່ຽວກັບບັນຫາລື່າສິດຂອງຕົນ.

ຖ້າຫາກຂາດວັກຊິນ ເກີດຜົນຮ້າຍຕາມມາ, ລັດຖະມົນຕີກະຊວງສາທາລະນະສຸກຕ້ອງຮັບຜິດຊອບຕໍ່ລັດຖະບານ ແລະ ນາຍົກລັດຖະມົນຕີ.



top