ຂ່າວສານ

ນາຍົກລັດຖະມົນຕີຮຽກຮ້ອງລັດຖະບານຕ້ອງເພີ່ມທະວີການແຍກຫ່າງສັງຄົມ, ຍູ້ແຮງບັນດາມາດຕະການປ້ອງກັນ ຕ້ານໂລກລະບາດໂຄວິດ-19

ທ່ານາຍົກລັດຖະມົນຕີຮຽກຮ້ອງໃຫ້ການນຳບາງອົງການທຽບເທົ່າກະຊວງ, ອົງການຂຶ້ນກັບລັດຖະບານ, ອົງການທີ່ກ່ຽວຂ້ອງ ສຸມໃສ່ຈັດຕັ້ງຊາບຊຶມການປະຕິບັດການແຍກຫ່າງສັງຄົມ.
ໂທລະເລກໄດ້ຮຽກຮ້ອງໃຫ້ປະຊາຊົນບໍ່ອອກຈາກບ້ານ. (ພາບປະກອບ: VGP)

ວັນທີ 22 ສິງຫາ, ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິນຈິງ ໄດ້ປະກາດໂທລະເລກກ່ຽວກັບການເພີ່ມທະວີການແຍກຫ່າງສັງຄົມ ແລະ ບັນດາມາດຕະການປ້ອງກັນ, ຕ້ານໂລກລະບາດໂຄວິດ-19. ໃນໂທລະເລກ, ທ່ານາຍົກລັດຖະມົນຕີຮຽກຮ້ອງໃຫ້ການນຳບາງອົງການທຽບເທົ່າກະຊວງ, ອົງການຂຶ້ນກັບລັດຖະບານ, ອົງການທີ່ກ່ຽວຂ້ອງ ສຸມໃສ່ຈັດຕັ້ງຊາບຊຶມການປະຕິບັດການແຍກຫ່າງສັຄົມ ແລະ ບັນດາມາດຕະການປ້ອງກັນ ຕ້ານໂລກລະບາດໂຄວິດ-19 ຢ່າງເຂັ້ມງວດ, ມີປະສິດທິຜົນ.

ໂທລະເລກໄດ້ຮຽກຮ້ອງ, ຂົນຂວາຍ, ແນະນຳ, ຮຽກຮ້ອງໃຫ້ປະຊາຊົນບໍ່ອອກຈາກບ້ານ, ພ້ອມກັນນັ້ນຕ້ອງໜູນຊ່ວຍແຫຼ່ງກຳລັງ, ການບໍລິການສາທາລະນະສຸກ ຮັບປະກັນໃຫ້ປະຊາຊົນໄດ້ສຳຜັດໄວທີ່ສຸດ, ຢູ່ທຸກແຫ່ງ. ໂທລະເລກກໍ່ຮຽກຮ້ອງໃຫ້ບັນດາທ້ອງຖິ່ນສະໜອງທັນຍາຫານ, ສະບຽງອາຫານ ແລະ ບັນດາການບໍລິການທີ່ຈຳເປັນເຖິງປະຊາຊົນຢູ່ເຂດແຍກຫ່າງສັງຄົມເພີ່ມຕື່ມ. ພ້ອມກັນນັ້ນ, ຕ້ອງວິໄຈຫາເຊື້ອໃນວົງກວ້າງຢ່າງແຮງ ເພື່ອກວດພົບກໍລະນີ F0; ໃຫ້ບຸລິມະສິດສູງສຸດການຈັດແບ່ງວັກຊິນໃຫ້ແກ່ນະຄອນ ໂຮ່ຈີມິນ ແລະ ຈັດຕັ້ງບັ້ນສັກວັກຊິນ ໂດຍບໍ່ເກັບຄ່າ, ທັນການ, ປອດໄພ ແລະ ມີປະສິດທິຜົນ.

(ແຫຼ່ງຄັດຈາກ VOV)


top