ຂ່າວສານ

ນາຍົກລັດຖະມົນຕີຮຽກຮ້ອງຜັນຂະຫຍາຍມາດຕະການແກ້ໄຂໃຫ້ແກ່ການຜະລິດ,ຊຸກຍູ້ການສົ່ງອອກ

ທ່ານນາຍົກລັດຖະມົນຕີຫວຽດນາມ ຫາກໍ່ມີຄຳສັ່ງກ່ຽວກັບບາງໜ້າທີ່, ມາດຕະການແກ້ໄຂເພື່ອພັດທະນາການຜະລິດ, ຊຸກຍູ້ການສົ່ງອອກ.

(ພາບປະກອບອີນເຕີແນັດ) 
ຕາມນັ້ນແລ້ວ, ເພື່ອຊຸກຍູ້ການສົ່ງອອກໃຫ້ເຕີບໂຕໄວ ແລະ ໝັ້ນຄົງ, ພ້ອມກັບການປະຕິບັດບັນດາໜ້າທີ່ ແລະ ມາດຕະການແກ້ໄຂຂອງຍຸດທະສາດນຳເຂົ້າ, ສົ່ງອອກສິນຄ້າໄລຍະ 2011 – 2020, ກຳນົດທິດຮອດປີ 2030, ທ່ານນາຍົກລັດຖະມົນຕີຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຕ້ອງປະຕິຮູບລະບອບລະບຽບການ, ຫັນລະບຽບການບໍລິຫານເປັນງ່າຍດາຍ, ຫຼຸດຜ່ອນລາຍຈ່າຍ… ພ້ອມທັງຮີບເຮັ່ງພິຈາລະນາຄືນບາງຂໍ້ກຳນົດສຳລັບການຜະລິດ ແລະ ນຳເຂົາວັດຖຸດິບຮັບໃຊ້ໃຫ້ແກ່ການຜະລິດ, ການປຸງແຕ່ງເພື່ອສ້າງຄວາມສະດວກໃຫ້ແກ່ການເຄື່ອນໄຫວຜະລິດດຳເນີນທຸລະກິດຂອງວິສາຫະກິດ; ພ້ອມທັງເພີ່ມທະວີວຽກງານຂໍ້ມູນຂ່າວສານຊ່ວຍກຳນົດທິດການຜະລິດຮັບໃຊ້ການສົ່ງອອກ. ທ່ານນາຍົກລັດຖະມົນຕີ ກໍ່ຮຽກຮ້ອງເພີ່ມທະວີວຽກງານເຈລະຈາ, ເຊື່ອມໂຍງເພື່ອພັດທະນາຕະຫຼາດ ແລະ ແກ້ໄຂຮົ້ວກີດຂວາງເພື່ອແຊກຊຶມເຂົ້າບັນດາຕະຫຼາດໃໝ່.
(ແຫຼ່ງຄັດຈາກ VOV)

top