ຂ່າວສານ

ນາຍົກລັດຖະມົນຕີຮຽກຮ້ອງຕ້ອງລົບລ້າງ “ເຮືອນຢູ່ຊົ່ວຄາວ, ເຮືອນຮົວເພ” ໃຫ້ຄອບຄົວຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດກ່ອນວັນທີ 27 ກໍລະກົດ

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຕີລາຄາສູງເລື່ອງ ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນໄດ້ເຂົ້າຮ່ວມຢ່າງຕັ້ງໜ້າ, ເຮັດໃຫ້ເວລາໃນການປະຕິບັດການລົບລ້າງ “ເຮືອນຢູ່ຊົ່ວຄາວ, ເຮືອນຮົ່ວເພ” ສັ້ນລົງ.
(ທີ່ກອງປະຊຸມ)

ວັນທີ 09 ກໍລະກົດ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ໄດ້ເປັນປະທານກອງປະຊຸມຄະນະຊີ້ນຳສູນກາງຜັນຂະຫຍາຍການລົບລ້າງເຮືອນຢູ່ຊົ່ວຄາວ, ເຮືອນຮົ່ວເພໃນຂອບເຂດທົ່ວປະເທດ, ຮັບຟັງບົດລາຍງານຄວາມຄືບໜ້າການປະຕິບັດໂຄງການ, ພິເສດແມ່ນເລື່ອງໜູນຊ່ວຍໃຫ້ຍາດຕິພີ່ນ້ອງຄອບຄົວທີ່ມີນັກຮົບເສຍສະຫຼະຊີວິດເພື່ອຊາດ, ຄອບຄົວຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ.

        ທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຕີລາຄາສູງເລື່ອງ ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນໄດ້ເຂົ້າຮ່ວມຢ່າງຕັ້ງໜ້າ, ເຮັດໃຫ້ເວລາໃນການປະຕິບັດການລົບລ້າງ “ເຮືອນຢູ່ຊົ່ວຄາວ, ເຮືອນຮົ່ວເພ” ສັ້ນລົງ.

        “ພວກຂ້າພະເຈົ້າຊີ້ນຳໃຫ້ຫຼຸດເວລາໃຫ້ສັ້ນລົງ, ໃນປີ 2025 ແຕ່ແລ້ວກ່ອນວັນທີ 31 ສິງຫາ ຈະມີຄວາມໝາຍຕ່າງ. ຍ້ອນວັນທີ 02 ກັນຍາ, ແມ່ນສະເຫຼີມສະຫຼອງ 80 ປີແຫ່ງວັນຊາດ ຫວຽດນາມ, ພວກເຮົາບໍ່ຢາກໃຫ້ມີຜູ້ໃດຕ້ອງຢູ່ໃນເຮືອນຊົ່ວຄາວ, ເຮືອນຮົ່ວເພອີກ. ນີ້ແມ່ນນະໂຍບາຍມະນຸດສະທຳຂອງພັກ ແລະ ລັດ ຫວຽດນາມ”.

        ທ່ານນາຍົກລັດຖະມົນຕີກໍ່ຖືວ່າ, ການປະຕິບັດສຳເລັດວຽກງານລົບລ້າງ “ເຮືອນຢູ່ຊົ່ວຄາວ, ເຮືອນຮົ່ວເພ” ແມ່ນວຽກງານທີ່ແທດຈິງເພື່ອຕອບບຸນແທນຄຸນ, ໜູນຊ່ວຍຍາດຕິພີ່ນ້ອງ, ຄອບຄົວຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ. ສະນັ້ນ, ຕ້ອງປະຕິບັດໃຫ້ແກ່ບັນດາເປົ້າໝາຍດັ່ງກ່າວສຳເລັດກ່ອນວັນທີ 24 ກໍລະກົດ 2025.


top