ຂ່າວສານ

ນາຍົກລັດຖະມົນຕີຫວຽດນາມ ເປັນປະທານກອງປະຊຸມຕີລາຄາບັນດາໂຄງການຮ່ວມມືກັບ ລາວ - ກໍາປູເຈຍ

ຕອນບ່າຍວັນທີ 23 ກັນຍາ ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ເປັນປະທານກອງປະຊຸມກັບການນໍາບັນດາກະຊວງ, ຂະແໜງການ, ບັນດາກຸ່ມບໍລິສັດ ເພື່ອຕີລາຄາໝາກຜົນຂອງການປະຕິບັດບັນດາສັນຍາ, ຂໍ້ຕົກລົງຂັ້ນສູງ ຫວຽດນາມ - ລາວ, ຫວຽດນາມ - ກໍາປູເຈຍ. 

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ເປັນປະທານກອງປະຊຸມ (ພາບ: TTXVN)

ໃນນັ້ນ, ໄດ້ປຶກສາຫາລືບັນດາວິທີຊຸກຍູ້ຄວາມຄືບໜ້າຂອງບັນດາໂຄງການຮ່ວມມືກັບ ລາວ ແລະ ກໍາປູເຈຍ ໃນປີ  2019, ເຊິ່ງໄດ້ບັນລຸໝາກຜົນທີ່ແທດຈິງ, ມີປະສິດທິຜົນ ແລະ ເຂົ້າສູ່ລວງເລິກ. ການຮ່ວມມືລະຫວ່່າງ ຫວຽດນາມ ກັບ ລາວ ແລະ ກໍາປູເຈຍ ໃນ 8 ເດືອນຕົ້ນປີ 2019 ໄດ້ເພິ່່ມຂຶ້ນ 15%, ຄາດວ່າ ທັງປີ ຈະບັນລຸ ແລະ ລື່ນກາຍຄາດໝາຍທີ່ໄດ້ວາງອອກ. ການຮ່ວມມືລົງທຶນ, ພະນັກງານ, ຄົມມະນາຄົມ, ການສຶກສາ, ການບໍາລຸງສ້າງ, ວັດທະນະທໍາ... ກໍບັນລຸບັນດາໝາກຜົນທີ່ຕັ້ງໜ້າ. ຕາມແຜນການແລ້ວ, ນາຍົກລັດຖະມົນຕີລາວ ແລະ ນາຍົກລັດຖະມົນຕີກໍາປູເຈຍ ຈະມາຢ້ຽມຢາມຫວຽດນາມຢ່າງເປັນທາງການໃນເດືອນ ຕຸລາ ນີ້.
(ແຫຼ່ງຄັດຈາກ VOV)

top