ຂ່າວສານ

ນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໃຫ້ການຕ້ອນຮັບບັນດາກຸ່ມບໍລິສັດໃຫຍ່ຂອງ ສ. ເກົາຫຼີ

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ຢືນຢັນວ່າ ຫວຽດນາມ ມານະພະຍາຍາມຢ່າງສຸດຂີດເພື່ອຮັບປະກັນໃຫ້ປະເທດຊາດມີຄວາມປອດໄພ.

ນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໃຫ້ການຕ້ອນຮັບບັນດາກຸ່ມບໍລິສັດໃຫຍ່ຂອງ ສ. ເກົາຫຼີ

ຕອນບ່າຍວັນທີ 29 ກໍລະກົດ, ຢູ່ຮ່າໂນ້ຍ ໃຫ້ການຕ້ອນຮັບບັນດາກຸ່ມບໍລິສັດໃຫຍ່ຂອງ ສ. ເກົາຫຼີ ພວມເຄື່ອນໄຫວຢູ່ຫວຽດນາມ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ຢືນຢັນວ່າ ຫວຽດນາມ ມານະພະຍາຍາມຢ່າງສຸດຂີດເພື່ອຮັບປະກັນໃຫ້ປະເທດຊາດມີຄວາມປອດໄພ. ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ສະແດງຄວາມຫວັງຢາກໃຫ້ 2 ຝ່າຍແກ້ໄຂຄວາມຫຍຸ້ງຍາກເພື່ອການລົງທຶນຂອງ ສ.ເກົາຫຼີຢູ່ຫວຽດນາມ ໃຫຍ່ຫຼວງກ່ວາອີກ. ລັດຖະບານຫວຽດນາມຈະເຮັດຈົນສຸດຄວາມສາມາດຂອງຕົນ, ສ້າງເງື່ອນໄຂສະດວກທຸກຢ່າງ ແລະ ຍາມໃດກໍຮັບຟັງຄຳເຫັນ, ຂໍ້ສະເໜີແນະຂອງບັນດານັກລົງທຶນ ສ.ເກົາຫຼີ.

    ສ່ວນທ່ານເອກອັກຄະລັດຖະທູດ ສ.ເກົາຫຼີ ປະຈຳຫວຽດນາມ ປັກໂນວານ ໃຫ້ຮູ້ວ່າ : ບັນດາວິສາຫະກິດທີ່ເຂົ້າຮ່ວມການພົບປະ ກໍລ້ວນແຕ່ແມ່ນວິສາຫະກິດໃຫຍ່, ນຳໜ້າໃນການປະກອບສ່ວນເຂົ້າໃນການພັດທະນາຂອງ 2 ປະເທດ. ທ່ານຢືນຢັນວ່າ : ທ່ານເອງ ແລະ ບັນດາວິສາຫະກິດ ສ.ເກົາຫຼີທີ່ພວມລົງທຶນຢູ່ຫວຽດນາມ ຈະມານະພະຍະຍາມຢ່າງສຸດຂີດເພື່ອປະກອບສ່ວນເຂົ້າໃນການເຕີບໂຕເສດຖະກິດຂອງຫວຽດນາມ. 
(ແຫຼ່ງຄັດຈາກ VOV)

top