ຂ່າວສານ

ນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ລົງຢ້ຽມຢາມ ແລະ ອວຍພອນບຸນເຕັກຢູ່ນະຄອນດານັ້ງ

      ຕອນເຊົ້າວັນທີ 25 ມັງກອນ ກົງກັບວັນທີ 1 ບຸນເຕັດ ປີຊວດ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ ລົງຢ້ຽມຢາມ ແລະ ອວຍພອນບຸນເຕັກບັນດາກຳລັງປະກອບອາວຸດນະຄອນດານັ້ງ, ຢ້ຽມຢາມ ແລະ ໂອ້ລົມກັບການນຳຕາແສງຖ້ວນເຟືອກ ເມືອງຫາຍເຈົາ. 

ນາຍົກລັດຖະມົນຕີຫງວຽນຊວນຟຸກ ໄດ້ ລົງຢ້ຽມຢາມ ແລະ ອວຍພອນບຸນເຕັກບັນດາກຳລັງປະກອບອາວຸດນະຄອນດານັ້ງ
      ກ່າວຄຳເຫັນອວຍພອນບຸນເຕັດ ບັນດາກຳລັງປະກອບອາວຸດນະຄອນດານັ້ງ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ຍ້ອງຍໍຊົມເຊີຍ ບັນດາກຳລັງປະກອບອາວຸດນະຄອນດານັ້ງທີ່ໄດ້ປະຕິບັດໜ້າທີ່ປົກປັກຮັກສາ ສະຖຽນລະພາບທາງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອກໄພໃນສັງຄົມ ປະກອບສ່ວນສຳຄັນເຂົ້າໃນໝາກຜົນ ປະຕິບັດໜ້າທີ່ພັດທະນາເສດຖະກິດ-ສັງຄົມຂອງທ້ອງຖິ່ນ. ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ຕັກເຕືອນວ່າ ປີໃໝ່ປີຊວດ 2020, ນະຄອນແມ່ນສະຖານທີ່ຈັດຕັ້ງບັນດາເຫດການທີ່ສຳຄັນຂອງປະເທດຊາດ, ເມື່ອຫວຽດນາມແບກຫາບບົດບາດເປັນປະທານອາຊຽນ. ບັນດາກຳລັງປະກອບອາວຸດນະຄອນດານັ້ງ ຕ້ອງກາຍເປັນກຳລັງຫຼັງແຫຼ່ງປົກປັກຮັກສາຄວາມປອດໄພຂອງບັນດາກອງປະຊຸມຢ່າງສຳເລັດຜົນ.
     ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ກ່າວວ່າ :
    “ ປີ 2020 ປີຊວດ ມີຫຼາຍເຫດການສຳຄັນຂອງປະເທດຊາດ, ນະຄອນດານັ້ງຕ້ອງເຮັດສຳເລັດແຜນການຂອງລັດໃນປີ 2020 ດ້ວຍຄວາມຕັດສິນໃຈສູງກວ່າ, ດີກວ່າ, ຮອບດ້ານດ່ວາ. ບັນຫາທີ 2 ແມ່ນກ່ຽວຂ້ອງເຖິງພວກເຮົາ, ນັ້ນແມ່ນກອງປະຊຸມອາຊຽນຈະດຳເນີນຢູ່ດານັ້ງ ຊຶ່ງອາດຈະມີຜູ້ແທນນັບພັນຄົນເຂົ້າຮ່ວມ. ເພາະສະນັ້ນ, ໜ້າທີ່ຂອງບັນດາສະຫາຍແມ່ນໃຫຍ່ຫຼວງທີ່ສຸດ.  ”
       ແລະກໍໃນເຊົ້າວັນດຽວກັນ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ ລົງຢ້ຽມຢາມ ແລະ ອວຍພອນບຸນເຕັກ ຢູ່ຄະນະພັກເມືອງຫາຍເຈົາ ແລະ ຕາແສງຖ້ວນເຟືອກ ເມືອງຫາຍເຈົາ.
 (ແຫຼ່ງຄັດຈາກ VOV)


top