ຂ່າວສານ

ນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ຕ້ອນຮັບຄະນະຜູ້ແທນສະພາສັງຄະລາດຫວຽດນາມ

ຕອນບ່າຍວັນທີ 18 ພະຈິກ ຢູ່ ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບ ຄະນະຜູ້ແທນສະພາສັງຄະລາດຫວຽດນາມນຳໂດຍ ຫົວໜ້າສຳນັກສັງຄະລາດ ຫງວຽນຈິ້ລິງ.

ນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ຕ້ອນຮັບຄະນະຜູ້ແທນສະພາສັງຄະລາດຫວຽດນາມ

ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ສະແດງຄວາມເຊື້ອໝັ້ນວ່າ ຫົວໜ້າສຳນັກສັງຄະລາດ ແລະ ຄະນະປະຈຳສະພາ ໃນອາຍຸການໃໝ່ ຈະສືບຕໍ່ປະຕິບັດຕາມລະບຽບກົດໝາຍຂອງລັດ, ຕັ້ງໜ້າເຂົ້າຮ່ວມກິດຈະການສ້າງສາ ແລະ ປົກປັກຮັກສາປະເທດຊາດ ແລະ ພັດທະນາເສດຖະກິດ-ສັງຄົມຂອງປະເທດຊາດໃນປີ 2019 ດ້ວຍບັນດາຜົນງານພິເສດ, ເປັນຕົ້ນແມ່ນເຮັດສຳເລັດ ແລະ ລື່ນກາຍ 12 ຄາດໝາຍຊຶ່ງສະພາແຫ່ງຊາດຫວຽດນາມໄດ້ວາງອອກ.

    ໃນປີ 2018, ການພົວພັນລະຫວ່າງຫວຽດນາມກັບບັນດາປະເທດໃນໂລກໄດ້ຮັບການເພີ່ມທະວີ, ປັບປຸງຢ່າງບໍ່ຢຸດຢັ້ງ, ໃນນັ້ນມີການພົວພັນກັບສຳນັກວາຕີກັງ. 
 (ແຫຼ່ງຄັດຈາກ VOV)

top