ຂ່າວສານ

ນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈີ້ງ ເຮັດວຽກກັບການນຳຫຼັກແຫຼ່ງຂອງແຂວງ ກວາງບິ່ງ

      ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ກວາງບິ່ງ, ຕອນບ່າຍວັນທີ 22/12, ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈີ້ງ ໄດ້ມີການເຮັດວຽກກັບການນຳຫຼັກແຫຼ່ງຂອງແຂວງ ກ່ຽວກັບສະພາບການພັດທະນາເສດຖະກິດ - ສັງຄົມ 2021; ທິດທາງ ແລະ ໜ້າທີ່ວຽກງານໃນປີ 2022
ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ້ງ ກ່າວຄຳເຫັນທີ່ການເຮັດວຽກ
      ທີ່ການພົບປະເຮັດວຽກ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ້ງ ໄດ້ຍ້ອງຍໍຊົມເຊີຍບັນດາໝາກຜົນທີ່ແຂວງ ກວາງບິ່ງ ບັນລຸໄດ້ໃນໄລຍະຜ່ານມາ, ພ້ອມກັນນັ້ນໄດ້ຊີ້ແຈ້ງເຖິງການຄາດຄະເນ ສະພາບການໃນປີ 2022 ຈະມີທັງຄວາມຫຍຸ້ງຍາກ, ສິ່ງທ້າທາຍ ແລະ ກາລະໂອກາດ , ເງື່ອນໄຂສະດວກໄປພ້ອມກັນ. ໃນນັ້ນ, ຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍນັບມື້ນັບຫຼາຍຂຶ້ນ, ໄພທຳມະຊາດຍັງບໍ່ສາມາດຄາດຄະເນລ່ວງໜ້າໄດ້, ການແຜ່ລະບາດຂອງໂລກພະຍາດຍັງສັບສົນ. ທ່ານນາຍົກລັດຖະມົນຕີຮຽກຮ້ອງໃຫ້ແຂວງ ກວາງບິ່ງ ສຸມໃສ່ປະຕິຮູບລະບຽບການບໍລິຫານ, ຍົກສູງຄວາມສາມາດແກ່ງແຍ້ງຂອງແຂວງ, ສ້າງສະພາບແວດລ້ອມແຫ່ງການລົງທຶນທີ່ສະດວກ ແລະ ເປີດກວ້າງ; ຄຽງຄູ່ກັນນັ້ນ, ພັດທະນາພື້ນຖານໂຄງລ່າງຍຸດທະສາດເພື່ອເພີ່ມທະວີການເຊື່ອມຕໍ່ລະຫວ່າງຂົງເຂດ, ໃນນັ້ນເອົາໃຈໃສ່ພື້ນຖານໂຄງລ່າງດີຈີຕອນ ແລະ ພື້ນຖານໂຄງລ່າງຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.
 (ແຫຼ່ງຄັດຈາກ VOV)

top