ຂ່າວສານ

ນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈີ້ງ ລົງກວດກາບາງກິດຈະກຳຈຸດສຸມຢູ່ແຂວງກວ໋າງນາມ

ຕອນເຊົ້າວັນທີ 27 ມີນາ ໃນຂອບເຂດການເຄື່ອນໄຫວຢ້ຽມຢາມເຮັດວຽກຢູ່ແຂວງກວ໋າງນາມ ທ່ານນາຍົກລັດຖະມົນຕີຫວຽດນາມຟ້າມມິງຈິ໊ງ ແລະ ຄະນະປະຕິບັດງານຂອງລັດຖະບານ ໄດ້ລົງສຳຫຼວດຕົວຈິງກ່ຽວກັບສະພາບການຜະລິດດຳເນີນທຸລະກິດຢູ່ເຂດຜະລິດປະສົມແລະປະກອບລົດໂອໂຕ ຂອງບໍລິສັດຮຸ້ນສ່ວນລົດໂອໂຕຈູລາຍ - ເຈື່ອງຫ໋າຍທາໂກ
  ພາບປະກອບ  

 ຢູ່ທີ່ນີ້ທ່ານນາຍົກລັດຖະມົນຕີໄດ້ຮັບຮູ້ຄວາມມານະພະຍາຍາມຂອງ ທາໂກ ໃນການປະກອບສ່ວນງົບປະມານຢ່າງຫຼວງຫຼາຍ, ລົງທຶນພັດທະນາພື້ນຖານໂຄງລ່າງ, ພິເສດແມ່ນໂຄງລ່າງທາງດ້ານອຸດສາຫະກຳ ສາມາດສ້າງວຽກເຮັດງານທຳໃຫ້ແກ່ແຮງງານຫຼາຍກວ່າ 60.000 ຄົນແລະໄດ້ສະຫງວນເງິນຫຼາຍກວ່າ 2.200 ຕື້ດົ່ງໃຫ້ແກ່ວຽກງານຊ່ວຍໜູນສັງຄົມ.

ທ່ານນາຍົກລັດຖະມົນຕີຟ້າມມິງຈິ໊ງ ເນັ້ນໜັກວ່າ ແຜນນະໂຍບາຍໃຫຍ່ຢ່າງສະເໝີຕົ້ນສະເໝີປາຍຂອງພັກຄອມມູນິດຫວຽດນາມແມ່ນພັດທະນາຂົງເຂດເສດຖະກິດພາກເອກະຊົນໃຫ້ແຂງແຮງ, ໃຫ້ກາຍເປັນກຳລັງໜູນທີ່ສຳຄັນໃນການພັດທະນາເສດຖະກິດຢ່າງແທ້ຈິງ. ທ່ານນາຍົກລັດຖະມົນຕີສະເໜີບໍລິສັດສືບຕໍ່ເສີມຂະຫຍາຍໝາກຜົນທີ່ບັນລຸໄດ້. ພາລະກຳໃນໄລຍະທີ່ຈະມາເຖິງຕ້ອງມີ ທາໂກ ລຸ້ນໃໝ່ໃນສະໄໝປະຕິວັດອຸດສາຫະກຳ 4.0.



top