ຂ່າວສານ

ນາຍົກລັດຖະມົນຕີຫວຽດນາມ ຝ້າມມິນຈີ້ງເປັນປະທານກອງປະຊຸມສະໄໝສາມັນປະຈຳເດືອນຕຸລາຂອງລັດຖະບານ

ຕອນບ່າຍວັນທີ 6 ພະຈິກຢູ່ຮ່າໂນ້ຍ, ທ່ານ ນາຍົກລັດຖະມົນຕີຫວຽດນາມ ຝ້າມມິນຈີ້ງ ເປັນປະທານກອງປະຊຸມສະໄໝສາມັນປະຈຳເດືອນຕຸລາຂອງລັດຖະບານ ເພື່ອຕີລາຄາສະພາບການເສດຖະກິດ-ສັງຄົມໃນເດືອນຕຸລາ ແລະ 10 ເດືອນຕົ້ນປີ 2021, ໜ້າທີ່, ວິທີການແກ້ໄຂຈຸດສຸມໃນຊຸມເດືອນທ້າຍປີ 2021, ວຽກງານຕ້ານໂລກລະບາດໂຄວິດ-19.
ນາຍົກລັດຖະມົນຕີຫວຽດນາມ ຝ້າມມິນຈີ້ງເປັນປະທານກອງປະຊຸມສະໄໝສາມັນປະຈຳເດືອນຕຸລາຂອງລັດຖະບານ

ກ່າວຄຳເຫັນເປີດກອງປະຊຸມ, ທ່ານ ນາຍົກລັດຖະມົນຕີຫວຽດນາມ ຝ້າມມິນຈີ້ງໃຫ້ຮູ້ວ່າ ເດືອນຕຸລາມີບັນດາເຫດການທີ່ສຳຄັນ ນັບທັງຢູ່ພາຍໃນ ແລະ ການພົວພັນຕ່າງປະເທດ, ໃນນັ້ນມີກອງປະຊຸມຄັ້ງທີ 10 ສູນກາງພັກຊຸດທີ 13, ສະພາແຫ່ງຊາດຊຸດທີ 15 ໄດ້ຈັດກອງປະຊຸມສະໄໝສາມັນເທື່ອທີ 2. ເພື່ອຮັບໃຊ້ 2 ເຫດການດັ່ງກ່າວ, ລັດຖະບານໄດ້ກະກຽມເອກະສານ, ບົດລາຍງານຍື່ນຕໍ່ສູນກາງພັກ, ສະພາແຫ່ງຊາດ, ສຸມໃສ່ການພັດທະນາເສດຖະກິດ-ສັງຄົມ, ການຕ້ານໂລກລະບາດ.

      ໃນ ການພົວພັນຕ່າງປະເທດ, ທ່ານນາຍົກລັດຖະມົນຕີຫວຽດນາມ ຝ້າມມິນຈີ້ງໄດ້ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນຄັ້ງທີ 38-39; ເຂົ້າຮ່ວມກອງປະຊຸມ COP ຄັ້ງທີ 26, ຢ້ຽມຢາມ ແລະ ເຮັດວຽກຢູ່ອັງກິດ ແລະ ຝະລັ່ງ.

     ທ່ານ ນາຍົກລັດຖະມົນຕີຫວຽດນາມ ຝ້າມມິນຈີ້ງ ສະເໜີບັນດາສະມາຊິກລັດຖະບານປຶກສາຫາລືຕີລາຄາ ສະພາບຕົວຈິງໃນ 10 ເດືອນທີ່ຜ່ານມາ, ຈາກນັ້ນວາງອອກວິທີການແກ້ໄຂໃນເດືອນພະຈິກ ແລະ ທັນວາເພື່ອຮັບປະກັນການເຕີບໂຕ, ການຫນູນຊ່ວຍສັງຄົມ.  
(ແຫຼ່ງຄັດຈາກ VOV)


top