ຂ່າວສານ

ນາຍົກລັດຖະມົນຕີຫງວຽນຊວັນຟຸກເຮັດວຽກກັບການນຳແຂວງດົ່ງນາຍ

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເນັ້ນໜັກວ່າ, ການບຸກເບີກໜ້າພຽງໃຫ້ແກ່ສະໜາມບິນລອງແທັງ ແມ່ນມີຄວາມສຳຄັນທີ່ສຸດ ເພື່ອຜັນຂະຫຍາຍໂຄງການນີ້ໂດຍໄວ.


ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ເຮັດວຽກກັບການນຳຫຼັກແຫຼ່ງແຂວງດົ່ງນາຍ

(ພາບ: TTXVN)


ຕອນເຊົ້າວັນທີ 08 ເມສາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ເປັນປະທານການເຮັດວຽກກັບການນຳຫຼັກແຫຼ່ງແຂວງດົ່ງນາຍ ກ່ຽວກັບບັນດາບັນຫາປະຕິບັດໜ້າທີ່ພັດທະນາເສດຖະກິດ - ສັງຄົມ, ການປ້ອງກັນ, ຕ້ານໂລກລະບາດໂຄວິດ-19, ບັນຫາພັດທະນາເຂດຕົວເມືອງ, ພິເສດແມ່ນການບຸກເບີກໜ້າພຽງໃຫ້ແກ່ສະໜາມບິນລອງແທ່ງ.

ກ່າວຄຳເຫັນທີ່ການເຮັດວຽກ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເນັ້ນໜັກວ່າ, ການບຸກເບີກໜ້າພຽງໃຫ້ແກ່ສະໜາມບິນລອງແທັງ ແມ່ນມີຄວາມສຳຄັນທີ່ສຸດ ເພື່ອຜັນຂະຫຍາຍໂຄງການນີ້ໂດຍໄວ. ນີ້ແມ່ນໂຄງການໃຫຍ່, ບໍ່ພຽງແຕ່ມີຄວາມໝາຍສຳຄັນສຳລັບຂະແໜງການບິນເທົ່ານັ້ນ, ຫາກຍັງສົ່ງຜົນກະທົບຢ່າງຕັ້ງໜ້າສຳລັບການເຕີບໂຕຂອງແຂວງດົ່ງນາຍ ອີກດ້ວຍ. ຕາມທ່ານນາຍົກລັດຖະມົນຕີແລ້ວ, ແຂວງ ດົ່ງນາຍ ແລະ ກະຊວງຄົມມະນາຄົມຂົນສົ່ງຫວຽດນາມ ຕ້ອງມີການສົມທົບກັນເພື່ອມອບທີ່ດິນຜັນຂະຫຍາຍໂຄງການໃນປີນີ້.

ກ່ຽວກັບບັນຫາພັດທະນາເສດຖະກິດ-ສັງຄົມ, ທ່ານນາຍົກລັດຖະມົນຕີເນັ້ນໜັກວ່າ, ດົ່ງນາຍ ຄວນກະກຽມກຳລັງແຮງພັດທະນາໃໝ່ ເມື່ອໂລກລະບາດໂຄວິດ-19 ໄດ້ຫຼຸດຜ່ອນລົງໂດຍພື້ນຖານໃນໄລຍະຈະມາເຖິງ ເພື່ອໃຫ້ ສົມເປັນເຂດເສດຖະກິດຂະຫຍັນຂັນເຄື່ອນ, ເຂດຈຸດສຸມໃນທົ່ວປະເທດ, ແມ່ນແຂວງພັດທະນາຢ່າງແຮງຂອງຫວຽດນາມ.

 (ແຫຼ່ງຄັດຈາກ VOV)


top