ຂ່າວສານ

ນາຍົກລັດຖະມົນຕີຫງວຽນຊວັນຟຸກຖະຫວາຍທູບທຽນບູຊາອາໄລຫາບັນດາການນຳພັກ,ລັດ

      ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ໄປຖະຫວາຍທູບທຽນບູຊາອາໄລຫາທ່ານປະທານສະພາແຫ່ງລັດ ຫວໍຈິ໊ກົງ, ນັກປະຕິວັດທີ່ໄດ້ເຂົ້າຮ່ວມການເຄື່ອນໄຫວຊາວໜຸ່ມກອມມູນິດ
ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ໄປຖະຫວາຍທູບທຽນບູຊາອາໄລຫາທ່ານເລຂາທິການໃຫຍ່
ຂອງພັກກອມມູນິດຫວຽດນາມ ຫງວຽນວັນລຶນ

(ພາບ: VGP)
     ເນື່ອງໃນໂອກາດບຸນເຕັດປີສະຫຼູ 2021, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ແລະ ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ເຈືອງຮ່ວາບິ່ງ ໄດ້ໄປຖະຫວາຍທູບທຽນຕາມປະເພນີມູນເຊື້ອຂອງຊາດຫວຽດນາມ ອາໄລຫາບັນດາການນຳພັກ, ລັດ.
        ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ໄປຖະຫວາຍທູບທຽນບູຊາອາໄລຫາທ່ານປະທານສະພາແຫ່ງລັດ ຫວໍຈິ໊ກົງ, ນັກປະຕິວັດທີ່ໄດ້ເຂົ້າຮ່ວມການເຄື່ອນໄຫວຊາວໜຸ່ມກອມມູນິດ; ຖະຫວາຍທູບທຽນບູຊາອາໄລຫາທ່ານເລຂາທິການໃຫຍ່ຂອງພັກກອມມູນິດຫວຽດນາມ ຫງວຽນວັນລຶນ; ຖະຫວາຍທູບທຽນບູຊາອາໄລຫາທ່ານປະທານປະເທດ ເລດຶກແອັງ.
        ກ່ອນໜ້ານັ້ນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ໄປຖະຫວາຍທູບທຽນບູຊາອາໄລຫາທ່ານປະທານສະພາລັດຖະມົນຕີຜູ້ທຳອິດຂອງຍຸກສະໄໝປ່ຽນແປງໃໝ່ ຟ້າມຮຸ່ງ; ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ໄປຖະຫວາຍທູບທຽນບູຊາອາໄລຫາທ່ານນາຍົກລັດຖະມົນຕີ ຫວໍວັນກຽດ, ຜູ້ນຳໜ້າລັດຖະບານນັບແຕ່ປີ 1991 – 1997; ຖະຫວາຍທູບທຽນບູຊາອາໄລຫາທ່ານນາຍົກລັດຖະມົນຕີ ຟານວັນຂາຍ.
        ທ່ານນາຍົກລັດຖະມົນຕີກໍໄດ້ໄປຢ້ຽມຢາມຫໍອະນຸສອນສະຖານ ແລະ ຖະຫວາຍທູບທຽນບູຊາອາໄລຫາທະນາຍຄວາມ ຫງວຽນຮິວເທາະ, ຮັກສາການປະທານປະເທດ - ຮອງປະທານປະເທດຜູ້ທຳອິດຂອງປະເທດຫວຽດນາມ ເອກະລາດ - ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ.
(ແຫຼ່ງຄັດຈາກ VOV)

 

top