ຂ່າວສານ

ນາຍົກລັດຖະມົນຕີຫງວຽນຊວນຟຸກໄປຮອດຟິລິບປີນເລີ່ມຕົ້ນການເຂົ້າຮ່ວມອາຊຽນ 31

      ຕອນບ່າຍວັນທີ 12 ພະຈິກ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ແລະ ຄະນະຜູ້ແທນຫວຽດນາມ ໄດ້ໄປຮອດປະເທດ ຟິລິບປິນ, ເລີ່ມຕົ້ນການເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 31 (ASEAN 31) ແລະ ບັນດາກອງປະຊຸມຂັ້ນສູງທີ່ກ່ຽວຂ້ອງ.

(ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກໄປຮອດຟິລິບປີນເລີ່ມຕົ້ນການເຂົ້າຮ່ວມອາຊຽນ 31)
      ໃນການໄປປະຕິບັດງານຄັ້ງນີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຈະເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ 31 ແລະ ບັນດາກອງປະຊຸມສຸດຍອດອາຊຽນ + 3 (ກັບຈີນ, ຍີ່ປຸ່ນ, ສ.ເກົາຫຼີ) ຄັ້ງທີ 20, ກອງປະຊຸມສຸດຍອດອາຊຽນ +1 (ກັບແຕ່ລະຄູ່ຮ່ວມມືຄື: ຈີນ, ຍີ່ປຸ່ນ, ສ.ເກົາຫຼີ, ອິນເດຍ, ອາເມລິກາ, ການາດາ, ສະຫະພາບເອີລົບ, ສະຫະປະຊາຊາດ) ແລະ ກອງປະຊຸມສຸດຍອດອາຊີຕາເວັນອອກ (EAS) ຄັ້ງທີ 21 ຢູ່ ມານີລາ, ປະເທດຟິລິບປິນ ໃນລະຫວ່າງວັນທີ 12 – 14 ພະຈິກ.
        ເນື່ອງໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຈະເຂົ້າຮ່ວມກອງປະຊຸມສຸດຍອດແມ່ຂອງ - ຍີ່ປຸ່ນ ຄັ້ງທີ 9 ແລະ ກອງປະຊຸມບັນດາການນຳສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP). ຕາມແຜນການແລ້ວ, ຈະມີເອກະສານ 55 ສະບັບຈະໄດ້ຮັບການລົງນາມ, ຮັບຮອງເອົາທີ່ກອງປະຊຸມ, ໃນນັ້ນບັນດາການນຳຈະລົງນາມໃນເອກະສານສະບັບ 1, ຮັບຮອງເອົາເອກະສານ 25 ສະບັບ ແລະ ຮັບຮອງເອກະສານຕ່າງໆ 25 ສະບັບ; ຟິລິບປີນ ຈະປະກາດຖະແຫຼງການປະທານບັນດາກອງປະຊຸມສຸດຍອດ 9 ສະບັບ.
 (ແຫຼ່ງຄັດຈາກ VOV)

top