ຂ່າວສານ

ນາຍົກລັດຖະມົນຕີຫງວຽນຊວນຟຸກເປັນປະທານວາລະປຶກສາຫາລືກ່ຽວກັບສະພາບການເສດຖະກິດ,ສັງຄົມ

ວັນທີ 01 ສິງຫາ, ກອງປະຊຸມສະໄໝສາມັນເດືອນກໍລະກົດ ຂອງລັດຖະບານຫວຽດນາມ ສືບຕໍ່ດຳເນີນຢູ່ຮ່າໂນ້ຍ, ພາຍໃຕ້ການເປັນປະທານຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ.


ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເປັນປະທານກອງປະຊຸມສະໄໝສາມັນເດືອນກໍລະກົດ ຂອງລັດຖະບານຫວຽດນາມ

(ພາບ: nhandan.com.vn)

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຮຽກຮ້ອງໃຫ້ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຍົກອອກມາດຕະການແກ້ໄຂກ່ຽວກັບການຄຸ້ມຄອງບັນດາອ່າງເກັບນ້ຳ, ບັນດາລະບົບຄັນຄູ, ຕໍ່ໜ້າສະພາບຝົນຕົກ, ນ້ຳຖ້ວມພວມເກີດຂຶ້ນຢ່າງສັບສົນ.

ເມື່ອເນັ້ນໜັກເຖິງເລື່ອງລັດຖະບານຕັດສິນໃຈປະຕິບັດບັນດາຄາດໝາຍໄພເງິນເຟີ້ປີ 2018 ໃຫ້ບໍ່ເກີນ 4%, ທ່ານນາຍົກລັດຖະມົນຕີຮຽກຮ້ອງໃຫ້ທະນາຄານແຫ່ງລັດ ຍົກອອກມາດຕະການປະຕິບັດ ເພື່ອສືບຕໍ່ປະຕິບັດຄາດໝາຍຮັບປະກັນເສດຖະກິດມະຫາພາກໃຫ້ເປັນປົກກະຕິ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກໍຮຽກຮ້ອງໃຫ້ການນຳບັນດາກະຊວງ, ຂະແໜງການຍົກອອກມາດຕະການແກ້ໄຂກ່ຽວກັບເລື່ອງສືບຕໍ່ຫຼຸດຜ່ອນເງື່ອນໄຂດຳເນີນທຸລະກິດ, ສ້າງເງື່ອນໄຂເພື່ອໃຫ້ບັນດາວິສາຫະກິດໄດ້ຮັບຊົມໃຊ້ບ້ວງສິນເຊື່ອ, ທີ່ດິນ, ຫຼຸດຜ່ອນບັນດາລາຍຈ່າຍ… ແລະ ຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງຍົກອອກມາດຕະການແກ້ໄຂເພື່ອຍູ້ໄວຄວາມຄືບໜ້າການຫັນລັດວິສາຫະກິດເປັນຫຸ້ນສ່ວນ.

(ແຫຼ່ງຄັດຈາກ VOV)

 


top