ຂ່າວສານ

ນາຍົກລັດຖະມົນຕີຫງວຽນຊວນຟຸກພົບປະກັບນາຍົກລັດຖະມົນຕີລາວ ແລະ ນາຍົກລັດຖະມົນຕີກຳປູເຈຍ

      ຢູ່ນອກກອງປະຊຸມສຸດຍອດການຮ່ວມມືແມ່ຂອງ-ແມ່ນ້ຳລ້ານຊ້າງຄັ້ງທີ 2 ຢູ່ນະຄອນຫຼວງພະນົມເປັນ, ປະເທດກຳປູເຈຍໃນຕອນບ່າຍວັນທີ 10 ມັງກອນປີ 2018, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ມີການພົບປະ 2 ຝ່າຍກັບທ່ານນາຍົກລັດຖະມົນຕີລາວ ທອງລຸນ ສີສຸສິດ

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ  ແລະ ທ່ານນາຍົກລັດຖະມົນຕີລາວ ທອງລຸນ ສີສຸສິດ 
      ນາຍົກລັດຖະມົນຕີທັງ 2  ທ່ານຢືນຢັນຈະສືບຕໍ່ນຳການພົວພັນທາງດ້ານການເມືອງລະຫວ່າງ 2 ປະເທດເຂົ້າສູ່ລວງເລິກ; ຊຸກຍູ້ການຮ່ວມມືທາງດ້ານເສດຖະກິດ, ເລັ່ງໃສ່ບັນດາໂຄງການລົງທຶນຈຸດສຸມ, ເຊື່ອມຕໍ່ທາງດ້ານເສດຖະກິດ, ຄົມມະນາຄົມ, ພື້ນຖານໂຄງລ່າງ, ຕັ້ງໜ້າໂຄສະນາເຜີຍແຜ່ເຖິງປະຊາຊົນ, ເປັນຕົ້ນແມ່ນລຸ່ນໜຸ່ມຂອງ 2 ປະເທດໃຫ້ມີຄວາມເຂົ້າໃຈຢ່າງເລິກເຊິ່ງ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ, ນ້ຳໃຈສາມັກຄີ ແບບພິເສດຫວຽດນາມ-ລາວ. 2 ຝ່າຍເຫັນດີຊຸກຍູ້ຜັນຂະຫຍາຍບັນດາເນື້ອໃນໃນສັນຍາຮ່ວມມືຫວຽດນາມ-ລາວໄລຍະ 2016 – 2020, ເປັນເອກະສັນກັນເສີມຂະຫຍາຍຜົນສຳເລັດ ແລະ ນ້ຳໃຈປີສາມັກຄີມິດຕະພາບຫວຽດນາມ-ລາວ 2017.
     ແລະ ກໍໃນວັນດຽວກັນ , ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ມີການພົບປະກັບທ່ານນາຍົກລັດຖະມົນຕີກຳປູເຈຍ ຮຸນແຊນ. ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ຊົມເຊີຍເລື່ອງກຳປູເຈຍເປັນເຈົ້າພາບຈັດຕັ້ງກອງປະຊຸມ ແລະ ຢືນຢັນນະໂຍບາຍທີ່ສະເໝີຕົ້ນສະເໝີປາຍຂອງຫວຽດນາມ ແມ່ນຍາມໃດກໍມີຄວາມຫວັງສືບຕໍ່ປັບປຸງ ແລະ ພັດທະນາສາຍພົວພັນຖານເພື່ອນບ້ານໃກ້ຄຽງອັນດີງາມ, ມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ, ໝັ້ນຄົງຍາວນານ ກັບກຳປູເຈຍ. ນາຍົກລັດຖະມົນຕີທັງສອງໄດ້ແລກປ່ຽນຄຳເຫັນຢ່າງກ້ວາງເລິກກ່ຽວກັບບັນດາທິດທາງໃຫຍ່ ແລະ ບັນດາມາດຕະການລະອຽດ, ແນ່ໃສ່ນຳການພົວພັນຮ່ວມມືລະຫວ່າງ 2 ປະເທດໃນຂົງເຂດການຄ້າ, ຄົມມະນາຄົມຂົນສົ່ງ, ການເງິນ, ທະນາຄານ… ນັບມື້ນັບເຂົ້າສູ່ລວງເລິກ ແລະ ມີປະສິດທິຜົນ. 
 (ແຫຼ່ງຄັດຈາກ VOV)
 


top