ຂ່າວສານ

ນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບເອກອັກຄະລະລັດຖະທູດຄົນໃໝ່ຂອງມຽນມາ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ຊວນ​ຟຸກ ແລະ ທ່ານ​ເອກ​ອັກ​ຄະ​ລະ​ລັດ​ຖະ​ທູດ​ມຽນ​ມາ​ປະ​ຈຳ​ຫວຽດ​ນາມ Kyaw So Win
       ຕອນ​ບ່າຍ​ວັນ​ທີ 10/4 ຢູ່​ຮ່າ​ໂນ້ຍ, ທີ່​ການ​ຕ້ອນ​ຮັ​ບ​ທ່ານ​ເອກ​ອັກ​ຄະ​ລະ​ລັດ​ຖະ​ທູດ​ມຽນ​ມາ​ປະ​ຈຳ​ຫວຽດ​ນາມ Kyaw So Win ເນື່ອງ​ໃນ​ໂອ​ກາດ​ມາ​ຮັບ​ໜ້າ​ທີ່​ການ​ທູດ​ຢູ່​ຫວຽດ​ນາມ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ຊວນ​ຟຸກ ສະ​ແດງ​ຄວາມ​ຫວັງ​ວ່າ ທ່ານ​ເອກ​ອັກ​ຄະ​ລະ​ລັດ​ຖະ​ທູດ​ມຽນ​ມາ​ປະ​ຈຳ​ຫວຽດ​ນາມ Kyaw So Win ສືບ​ຕໍ່​ປະ​ກອບ​ສ່ວນ​ເຂົ້າ​ໃນ​ສາຍ​ພົວ​ພັນ​ອັນ​ດີ​ງາມ​ລະ​ຫວ່າງ 2 ປະ​ເທດ, ຊຸກ​ຍູ້​ບັນ​ດາ​ໂຄງ​ການ​ລົງ​ທຶນ ແລະ ການ​ຄ້າ 2 ຝ່າຍ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ຊວນ​ຟຸກ ຫວັງ​ວ່າ 2 ປະ​ເທດ​ສືບ​ຕໍ່​ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ເພື່ອ​ຊຸກ​ຍູ້​ການ​ພົວ​ພັນ​ລະ​ຫວາງ 2 ປະ​ເທດ​ໃຫ້​ພັດ​ທະ​ນາ​ຢ່າງ​ດີ​ງາມ.
      ແລະ ກໍ​ໃນ​ຕອນ​ບ່າຍ​ຂອງວັນ​ດຽວ​ກັນ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ຊວນ​ຟຸກ ​ກໍ​ໄດ້​ໃຫ້​ການ​ຕ້ອນ​ຮັບທ່ານ​ເອກ​ອັກ​ຄະ​ລະ​ລັດ​ຖະ​ທູດ​ກາ​ຕາ ​ປະ​ຈຳ​ຫວຽດ​ນາມ Mohamed Ismail Al Emadi ຢ່າງ​ສະ​ໜິດ​ສະ​ໜົມ.
 (ແຫຼ່ງຄັດຈາກ VOV)

top