ຂ່າວສານ

ນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບບັນດາຜູ້ແທນສາກົນທີ່ເຂົ້າຮ່ວມ ກອງປະຊຸມ GMS 6

ຕອນບ່າຍວັນທີ 30 ມີນາ, ຢູ່ນອກກອງປະຊຸມສຸດຍອດການຮ່ວມມືອະນຸພາກພື້ນແມ່ນ້ຳຂອງເປີດກ້ວາງຄັ້ງທີ 6 (GMS 6), ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກໄດ້ໃຫ້ການຕ້ອນຮັບທ່ານປະທານທະນາຄານພັດທະນາອາຊີ ADB Takehiko Nakao

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ
ຕ້ອນຮັບທ່ານປະທານທະນາຄານພັດທະນາອາຊີ ADB Takehiko Nakao 

ທີ່ການຕ້ອນຮັບ, ທ່ານ ທ່ານປະທານທະນາຄານພັດທະນາອາຊີ ADB Takehiko Nakao ໄດ້ຕີລາຄາສູງເລື່ອງຫວຽດນາມເປັນເຈົ້າການເຊື່ອມໂຍງເຂົ້າກັບສາກົນ, ເຂົ້າຮ່ວມສັນຍາການຄ້າເສລີຫຼາຍສະບັບທີ່ມີຂອບຂະໜາດໃຫຍ່. ຫວຽດນາມແມ່ນຄູ່ຮ່ວມມືທີ່ສຳຄັນຂອງ ADB. ADB ຫວັງວ່າ ສືບຕໍ່ສະໜອງທຶນໃຫ້ແກ່ຫວຽດນາມ, ເປັນຕົ້ນແມ່ນໃນປະຈຸບັນ, ເສດຖະກິດຫວຽດນາມພັດທະນາເປັນຢ່າງດີ, ລັດຖະບານຫວຽດນາມປະຢັດການໃຊ້ຈ່າຍ, ດັ່ງນັ້ນ ອັດຕາໜີ້ສາທາລະນະ/ GDP ຍັງເຫຼືອປະມານ 61%.

         ແລະ ກໍຢູ່ນອກກອງປະຊຸມສຸດຍອດການຮ່ວມມືອະນຸພາກພື້ນແມ່ນ້ຳຂອງເປີດກ້ວາງຄັ້ງທີ 6 ຢູ່ຮ່າໂນ້ຍ, ຕອນບ່າຍວັນທີ 30 ມີນາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກໄດ້ໃຫ້ການຕ້ອນຮັບການນຳ 4 ແຂວງຢຸ່ນໜານ, ກວາງຕຸ່ງ, ກວາງສີ ແລະ ໄຮໜານ ປະເທດຈີນມາຫວຽດນາມເພື່ອເຂົ້າຮ່ວມກອງປະຊຸມ. ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນໜັກວ່າ ຫວຽດນາມຍາມໃດກໍຖືເປັນສຳຄັນການຊຸກຍູ້ການຮ່ວມມືກັບຈີນ. ໃນສາຍພົວພັນນັ້ນ, ບັນດາທ້ອງຖິ່ນຂອງ 2 ປະເທດ ຈະແມ່ນບັນດາຫົວໜ່ວຍຮັບຜິດຊອບທີ່ສຳຄັນ, ປະກອບສ່ວນນຳການຮັບຮູ້ລວມຂອງການນຳຂັ້ນສູງຂອງ 2 ປະເທດເຂົ້າສູ່ຊີວິດຕົວຈິງ.
(ແຫຼ່ງຄັດຈາກ VOV)

top