ຂ່າວສານ

ນາຍົກລັດຖະມົນຕີຫງວຽນຊວນຟຸກ ເປັນປະທານກອງປະຊຸມກັບຄະນະຊີ້ນຳການຮຽບຮຽງ ປຶ້ມປະຫວັດສາດລັດຖະບານ

ຕອນບ່າຍວັນທີ 23 ມີນາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກໄດ້ເປັນປະທານກອງປະຊຸມກັບຄະນະຊີ້ນຳການຮຽບຮຽງ ແລະ ຈຳໜ່າຍປຶ້ມປະຫວັດສາດລັດຖະບານຫວຽດນາມ.
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກກ່າວຄຳເຫັນທີ່ກອງປະຊຸມກັບຄະນະຊີ້ນຳການຮຽບຮຽງ ປຶ້ມປະຫວັດສາດລັດຖະບານ 

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກໃຫ້ຮູ້ວ່າ ນີ້ແມ່ນຊຸດປຶ້ມປະຫວັດສາດທີ່ສຳຄັນ ຄວນຜັນຂະຫຍາຍຢ່າງລະອຽດ. ສຳນັກງານປະຈຳການແມ່ນກະຊວງພາຍໃນ, ບັນດາສະມາຊິກມີໜ້າທີ່ຮັບຜິດຊອບ, ບັນດາອົງການສຳນັກງານທີ່ໄດ້ຮັບການມອບໝາຍໜ້າທີ່ວຽກງານ ຄວນລົງເລິກ ຮັບປະກັນຄຸນນະພາບ, ລະດັບຄວາມຄືບໜ້າ, ພິເສດແມ່ນມີກອງປະຊຸມສຳມະນາ ຮັບເອົາບັນດາຄຳຄິດເຫັນຂອງນັກຊ່ຽວຊານ, ນັກວິທະຍາສາດ, ເປັນຕົ້ນແມ່ນສະມາຊິກລັດຖະບານຜ່ານໄລຍະຕ່າງໆ, ເຮັດແນວໃດເພື່ອໃຫ້ຜະລິດຕະພັນຕ້ອງຮັບປະກັນຄວາມຊື່ສັດ, ພາວະວິໄສ, ສ່ອງແສງຖືກຕ້ອງຕາມປະຫວັດສາດຂອງລັດຖະບານຜ່ານໄລຍະຕ່າງໆ.

     ຊຸດປຶ້ມປະຫວັດສາດລັດຖະບານຫວຽດນາມ ປະກອບດ້ວຍ 4 ເຫຼັ້ມ ຄາດວ່າ ຈະຍື່ນຮ່າງປຶ້ມສົມບູນໃນປີ 2021.

(ແຫຼ່ງຄັດຈາກ VOV)


top