ຂ່າວສານ

ນາຍົກລັດຖະມົນຕີຫງວຽນຊວນຟຸກ ສິ້ນສຸດການຢ້ຽມຢາມນອກແວ

      ຕອນທ່ຽງວັນທີ 26 ພຶດສະພາ, ຕາມເວລາທ້ອງຖິ່ນ, ທ່ານນາຍົກລັດຖະມົນຕີຫວຽດນາມຫງວຽນຊວນຟຸກ ແລະ ພັນລະຍາພ້ອມດ້ວຍຄະນະໄດ້ເດີນທາງອອກຈາກນອກແວ, ສິ້ນສຸດການຢ້ຽມຢາມນອກແວແຕ່ວັນທີ 24 ຫາວັນທີ 25 ພຶດສະພາຢ່າງຈົບງາມ

ທ່ານນາຍົກລັດຖະມົນຕີຫວຽດນາມຫງວຽນຊວນຟຸກ ແລະ ເຈົ້າຊີວິດນອກແວ Harald  
      ກ່ອນໜ້ານັ້ນ, ໃນວັນທີ 25 ພຶດສະພາ, ທ່ານນາຍົກລັດຖະມົນຕີຫວຽດນາມຫງວຽນຊວນຟຸກ ໄດ້ຢ້ຽມຢາມກຸ່ມບໍລິສັດ Kongsberg ແລະ Pharmaq ຂອງນອກແວ. ທ່ານນາຍົກລັດຖະມົນຕີຫວຽດນາມຫງວຽນຊວນຟຸກ ໄດ້ຕີລາຄາສູງຮູບແບບການເຄື່ອນໄຫວຂອງບັນດາກຸ່ມບໍລິສັດ ແລະ ສະເໜີບັນດາກຸ່ມບໍລິສັດນອກແວ ຈົ່ງສົມທົບກັບບັນດາວິສາຫະກິດຫວຽດນາມເພື່ອຜັນຂະຫຍາຍບັນດາໂຄງການ, ເປັນຕົ້ນແມ່ນໃນສະພາບທີ່ຫວຽດນາມພວມຊຸກຍູ້ການພັດທະນາເສດຖະກິດແບບຍືນຍົງ, ພັດທະນາພະລັງງານທົດແທນ, ພະລັງງານສະອາດ.
     ຕໍ່ຈາກນັ້ນ, ທ່ານນາຍົກລັດຖະມົນຕີຫວຽດນາມຫງວຽນຊວນຟຸກ ພ້ອມດ້ວຍຄະນະ ໄດ້ໄປຢ້ຽມຢາມບໍລິສັດ Pharmaq ຂຶ້ນກັບກຸ່ມບໍລິສັດ Zoetis ຢູ່ນະຄອນ Oslo ຊຶ່ງແມ່ນບໍລິສັດແຖວໜ້າຂອງໂລກກ່ຽວກັບສຸຂະພາບຂອງປາ ແລະ ລົງເລິກຄົ້ນຄ້ວາຢາວັກຊິນປົວພະຍາດໃຫ້ແກ່ປາ
(ແຫຼ່ງຄັດຈາກ VOV)

top