ຂ່າວສານ

ນາຍົກລັດຖະມົນຕີຫງວຽນຊວນຟຸກ ຕ້ອນຮັບການນຳ KDB ແລະ ເອກອັກຄະລັດຖະທູດມົງກົນ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ຊວນ​ຟຸກ ແລະ ທ່ານ​ປະ​ທານ ທັງ​ເປັນ​ຜູ້​ອຳ​ນວຍ​ການ​ໃຫຍ່
​ທະ​ນາ​ຄານ​ພັດ​ທະ​ນາ ສ. ເກົາຫຼີ (
KDB) Lee Dong Geol
       ຕອນ​ບ່າຍ​ວັນ​ທີ 17/4, ຢູ່​ຮ່າ​ໂນ້ຍ, ກ່າວ​ຄຳ​ເຫັນ​ທີ່​ການ​ຄ້ອນ​ຮັບ​ທ່ານ​ປະ​ທານ ທັງ​ເປັນ​ຜູ້​ອຳ​ນວຍ​ການ​ໃຫຍ່​ທະ​ນາ​ຄານ​ພັດ​ທະ​ນາ ສ. ເກົາຫຼີ (KDB) Lee Dong Geol, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ຊວນ​ຟຸກເຊື່ອ​ໝັ້ນ​ວ່າ ທະ​ນາ​ຄານ​ພັດ​ທະ​ນາ ສ. ເກົາຫຼີ (KDB) ສືບ​ຕໍ່​ຊຸກ​ຍູ້​ບັນ​ດາ​ວິ​ສາ​ຫະ​ກິດ ສ. ເກົາຫຼີ ລົງ​ທຶນ, ຜະ​ລິດ​ດຳ​ເນີນ​ທຸ​ລະ​ກິດ​ຢູ່​ຫວຽດ​ນາມ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ຊວນ​ຟຸກ ເນັ້ນ​ໜັກ​ວ່າ ຫວຽດ​ນາມ ແລະ ສ.ເກົາຫຼີ​ມີ​ພື້ນ​ຖານ​ການ​ພົວ​ພັນ​ຢ່າງ​ແໜ້ນ​ແຟ້ນໃນ​ທຸກ​ຂົງ​ເຂດ.
      ຕອນ​ບ່າຍ​ວັນ​ດຽວ​ກັນ ທີ່​ການ​ຕ້ອນ​ຮັບ​ທ່ານ​ເອ​ກ​ອັກ​ຄະ​ລັດ​ຖະ​ທູດ ມົງ​ກົນ Bilegdorj Dash ເນື່ອງ​ໃນ​ໂອ​ກາດ​ມາ​ຮັບ​ໜ້າ​ທີ່​ການ​ທູດ​ຢູ່​ຫວຽດ​ນາມ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ຊວນ​ຟຸກ ຫວັງ​ວ່າ ໃນ​ອາ​ຍຸ​ການ​ຂອງ​ຕົນ, ​ທ່ານ​ເອ​ກ​ອັກ​ຄະ​ລັດ​ຖະ​ທູດ ມົງ​ກົນ Bilegdorj Dash ຈະ​ມາ​ນະ​ພະ​ຍາ​ຍາມ​ຊຸກ​ຍູ້​ການ​ປະ​ຕິ​ບັດ​ບັນ​ດາ​ຂໍ້​ຕົກ​ລົງ​ຂອງ​ການ​ນຳຂັ້ນ​ສູງຂອງ 2 ປະ​ເທດ, ຕັ້ງ​ໜ້າ​ຄົ້ນ​ຄ້ວ​າ​ບັນ​ດາ​ມາດ​ຕະ​ການ​ແນ​ໃສ່​ຜັນ​ຂະ​ຫຍາຍ​ທ່າ​ແຮງ​ຂອງ​ແຕ່​ລະ​ຝ່າຍ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ຊວນ​ຟຸກ ສະ​ເໜີ 2 ປະ​ເທດ​ຈົ່ງ​ຍູ້​ແຮງ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ທ່ອງ​ທ່ຽວ, ຮ່ວມ​ມື​ແຮງ​ງານຊຶ່ງ​ທ່າ​ແຮງ​ຂອງ​ແຕ່​ລະ​ປະ​ເທດ.
(ແຫຼ່ງຄັດຈາກ VOV)

top