ຂ່າວສານ

ນາຍົກລັດຖະມົນຕີສິງກະໂປພົບປະກັບການນຳ ສປປ.ເກົາຫຼີ ແລະ ອາເມລິກາ

      ບັນຫາຕົ້ນຕໍຂອງກອງປະຊຸມສຸດຍອດລະຫວ່າງອາເມລິກາ - ສປປ.ເກົາຫຼີ  ນັ້ນແມ່ນບັນຫາປອດນິວເຄຼຍຢູ່ແຫຼມເກົາຫຼີ.

ທ່ານປະທານາທິບໍດີອາເມລິກາ Donald Trump, ທ່ານນາຍົກລັດຖະມົນຕີສິງກະໂປ ຫຼີຊຽນຫຼົງ 
ແລະການນຳ ສປປ.ເກົາຫຼີ Kim Jong Un
(ພາບ: World News)
      ໃນວັນທີ 10 ມິຖຸນາ, ຄາດວ່າ ທ່ານນາຍົກລັດຖະມົນຕີສິງກະໂປ ຫຼີຊຽນຫຼົງ ຈະມີການພົບປະກັບການນຳ ສປປ.ເກົາຫຼີ Kim Jong Un ພາຍຫຼັງ ທ່ານໄປຮອດສິງກະໂປ ເພື່ອເຂົ້າຮ່ວມການພົບປະຄັ້ງສຸດຍອດກັບທ່ານປະທານາທິບໍດີອາເມລິກາ Donald Trump ໃນວັນທີ 12 ມິຖຸນາ. ທ່ານນາຍົກລັດຖະມົນຕີສິງກະໂປ ຫຼີຊຽນຫຼົງ ກໍຈະມີການພົບປະກັບ ທ່ານປະທານາທິບໍດີອາເມລິກາ Donald Trump ໃນວັນທີ 11 ມິຖຸນາ ເຊັ່ນດຽວກັນ.
        ໃນຕອນຄ່ຳຂອງວັນດຽວກັນ, ວຽກງານທຸກຢ່າງ ເພື່ອກະກຽມໃຫ້ແກ່ການພົບປະຄັ້ງສຸດຍອດປະຫວັດສາດຄັ້ງທຳອິດລະຫວ່າງການນຳສອງປະເທດ ອາເມລິກາ ແລະ ສປປ.ເກົາຫຼີ ໂດຍປະເທດເຈົ້າພາບສິງກະໂປ ປະຕິບັດຢ່າງສຳເລັດ. ໃນຊຸມວັນຜ່ານມາ, ການຮັບປະກັນຄວາມປອດໄພ ໄດ້ຮັບການເພີ່ມທະວີເປັນພິເສດຢູ່ສິງກະໂປ ແລະ ຈະໄດ້ຮັບການຮັດແໜ້ນຢູ່ຫຼາຍບໍລິເວັນ ໂດຍລັດຖະບານປະກາດວ່າ ມີ “ເຫດການພິເສດ” ນັບແຕ່ວັນທີ 10 ມິຖຸນາເປັນຕົ້ນໄປ. ຄາດວ່າ ການນຳສອງປະເທດ ຈະພົບກັນຢູ່ໂຮງແຮມ Capella ເຊິ່ງຕັ້ງຢູ່ເກາະ Sentosa ຢູ່ທາງທິດໃຕ້ຂອງປະເທດສິງກະໂປ. ບັນຫາຕົ້ນຕໍຂອງກອງປະຊຸມສຸດຍອດລະຫວ່າງອາເມລິກາ - ສປປ.ເກົາຫຼີ  ນັ້ນແມ່ນບັນຫາປອດນິວເຄຼຍຢູ່ແຫຼມເກົາຫຼີ.
 (ແຫຼ່ງຄັດຈາກ VOV)

top