ຂ່າວສານ

ນາຍົກລັດຖະມົນຕີລົງກວດກາໂຄງການທາງດ່ວນຕວຽນກວາງ - ຟູເຖາະ, ອວຍພອນປີໃໝ່ກຳມະກອນ ແລະ ປະຊາຊົນຢູ່ເຂດຕັ້ງຖິ່ນຖານໃໝ່

ຕອນເຊົ້າວັນທີ 25 ມັງກອນ, ທ່ານນາຍົກ ລັດຖະມົນຕີ ຟ້າມມິງຈີງ ໄດ້ລົງກວດກາສະພາບການປະຕິບັດໂຄງການລົງທຶນກໍ່ສ້າງເສັ້ນທາງດ່ວນ ຕວຽນກວາງ - ຝູເຖາະ ເຊື່ອມຕໍ່ກັບເສັ້ນທາງດ່ວນ ໂນ້ຍບ່າຍ - ລາວກາຍ.
  ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ ລົງກວດກາສະພາບການປະຕິບັດໂຄງການລົງທຶນກໍ່ສ້າງເສັ້ນທາງດ່ວນ ຕວຽນກວາງ - ຝູເຖາະ  

ນີ້ແມ່ນໂຄງການສຳຄັນທີ່ສຸດທີ່ມີຕໍ່ການພັດທະນາຂອງ 3 ແຂວງຄື: ຮ່າຢາງ, ຕວຽນກວາງ ແລະ ຟູເຖາະ, ອັນໄດ້ຊ່ວຍຫຼຸດໄລຍະທາງຈາກ ຟູເຖາະຫາຕວຽນກວາງ ລົງເປັນ 40 ກິໂລແມັດ ແທນທີ່ໄລຍະທາງ 70 ກິໂລແມັດຄືປະຈຸບັນ.

 ພາຍຫຼັງໄດ້ຮັບຟັງການລາຍງານສະພາບການ ແລະ ຄວາມຄືບໜ້າຂອງໂຄງການ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ ໄດ້ສະເໜີໃຫ້ບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງສົມທົບກັບແຂວງ ຕວຽນກວາງ ແລະ ຟູເຖາະ ຮີບຮ້ອນປະຕິບັດບັນດາຂັ້ນຕອນ, ລະບຽບການຢ່າງໄວທີ່ສຸດເພື່ອແນໃສ່ດັດແກ້ແຜນນະໂຍບາຍລົງທຶນກໍ່ສ້າງໂຄງການດ້ວຍຂອບຂະຫນາດ 4 ເລນທາງ  ແທນທີ່ມີພຽງ 2 ເລນທາງຄືໃນປັດຈຸບັນ, ແຕ່ ພະຍາຍາມຈະບໍ່ປ່ຽນແປງຄວາມຄືບຫນ້າ.  ໃນໄລຍະດຳເນີນກໍ່ສ້າງ, ຕ້ອງຮັບປະກັນຄວາມຄືບໜ້າ, ຄຸນນະພາບ,  ຮັບປະກັນຄວາມປອດໄພ ໃຫ້ແກ່ ຜູ້ອອກແຮງງານ ແລະ ປະຊາຊົນຢ່າງແທ້ຈິງ, ພ້ອມທັງ ຮັບປະກັນຄຸນນະພາບດ້ານເຕັກນິກ, ຄວາມປານີດ ແລະ ສິ່ງແວດລ້ອມ.

 ເມື່ອໄປຢ້ຽມຢາມປະຊາຊົນຢູ່ເຂດຕັ້ງຖິ່ນຖານໃໝ່ ທ່ານນາຍົກລັດຖະມົນຕີ ມີຄວາມຍິນດີເມື່ອເຫັນວ່າ ປະຊາຊົນໄດ້ແບ່ງປັນວ່າການດຳລົງຊີວິດຢູ່ບ່ອນໃໝ່ ແມ່ນດີກ່ວາບ່ອນເກົ່າ ແລະ ຍາມໃດກໍ່ສະໜັບສະໜູນ ແຜນນະໂຍບາຍຂອງພັກ ແລະ ລັດ. ທ່ານນາຍົກ ລັດຖະມົນຕີ ກໍ່ຮຽກຮ້ອງໃຫ້ອຳນາດການປົກຄອງທ້ອງຖິ່ນ ຍາມໃດກໍ່ເອົາໃຈໃສ່ເຖິງຊີວິດການເປັນຢູ່ ຂອງປະຊາຊົນໃນເປົ້າໝາຍຖືກຍົກຍ້າຍ, ຮັບປະກັນໂຄງລ່າງສາທາລະນະສຸກ, ການສຶກສາ, ໂຄງລ່າງໄຟຟ້າ, ນ້ຳປະປາ, ຄົມມະນາຄົມທີ່ສະດວກ.

 


top