ຂ່າວສານ

ນາຍົກລັດຖະມົນຕີລົງ ກວດກາສະພາບການຜັນຂະຫຍາຍໂຄງການລົງທຶນກໍ່ສ້າງທ່າອາກາດສະຍານສາກົນ ລອງແທັ່ງ

ເມື່ອຢ້ຽມຢາມເຂດຕັ້ງຖິ່ນຖານຄົງທີ່ໃໝ່ໃຫ້ປະຊາຊົນທີ່ໄດ້ມອບທີ່ດິນເພື່ອປະຕິບັດໂຄງການຢູ່ຕາແສງ ລົກອານ - ບິ່ງເຊີນ, ເມືອງລອງແທັ່ງ, ແຂວງ ດົ່ງນາຍ, ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ ປະຊາຊົນສະໜັບສະໜູນແຜນນະໂຍບາຍຂອງພັກ, ລັດ ເພື່ອເປົ້າໝາຍສຸດທ້າຍອັນໃຫຍ່ຫຼວງທີ່ສຸດຂອງພັກ...
(ແຫຼ່ງຄັດຈາກ VOV)
  ການເຮັດວຽກໃນຕອນເຊົ້າວັນທີ 29 ມັງກອນ  

ໂດຍສືບຕໍ່ການເຄື່ອນໄຫວກວດກາບັນດາໂຄງການ, ກິດຈະກຳຈຸດສຸມແຫ່ງຊາດ, ຕອນເຊົ້າວັນທີ 29 ມັງກອນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ລົງກວດກາໂຄງການກໍ່ສ້າງທ່າອາກາດສະຍານສາກົນລອງແທັ່ງ, ແຂວງ ດົ່ງນາຍ. ນະທີ່ນີ້, ທ່ານນາຍົກລັດຖະມົນຕີ ໄດ້ຢື້ຢາມຖາມຂ່າວ, ມອບຂອງຂວັນ, ອວຍພອນປີໃໝ່ພະນັກງານ, ກຳມະກອນພວມປະຕິບັດໂຄງການ.

ເມື່ອຢ້ຽມຢາມເຂດຕັ້ງຖິ່ນຖານຄົງທີ່ໃໝ່ໃຫ້ປະຊາຊົນທີ່ໄດ້ມອບທີ່ດິນເພື່ອປະຕິບັດໂຄງການຢູ່ຕາແສງ ລົກອານ - ບິ່ງເຊີນ, ເມືອງລອງແທັ່ງ, ແຂວງ ດົ່ງນາຍ, ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ ປະຊາຊົນສະໜັບສະໜູນແຜນນະໂຍບາຍຂອງພັກ, ລັດ ເພື່ອເປົ້າໝາຍສຸດທ້າຍອັນໃຫຍ່ຫຼວງທີ່ສຸດຂອງພັກ ແລະ ລັດແມ່ນເພື່ອໃຫ້ປະຊາຊົນໄດ້ຮັບຄວາມເສລີ, ອິ່ມໜຳສຳລານ, ຜາສຸກ. ທ່ານນາຍົກລັດຖະມົນຕີຮຽກຮ້ອງ ບັນດາອົງການ, ຫົວໜ່ວຍ, ທ້ອງຖິ່ນຈົ່ງສຳຫຼວດກວດກາ, ຄົ້ນຄ້ວາ, ປັບປຸງນະໂຍບາຍໃຫ້ເໝາະສົມກັບສິດ ແລະ ຜົນປະໂຫຍດອັນຖືກຕ້ອງຕາມກົດໝາຍ, ຊອບທຳຂອງປະຊາຊົນຕາມທິດກົມກຽວລະຫວ່າງຜົນປະໂຫຍດຂອງລັດ, ປະຊາຊົນ ແລະ ວິສາຫະກິດ.

ກ່ອນໜ້ານັ້ນ, ຕອນຄ່ຳວັນທີ 28 ມັງກອນ, ຢູ່ແຂວງ ເງະອານ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເປັນປະທານກອງປະຊຸມກວດກາຄືນສະພາບການປະຕິບັດ 10 ໂຄງການກໍ່ສ້າງທາງບົກຄວາມໄວສູງ ເໜືອ - ໃຕ້ ທາງທິດຕາເວັນອອກ ໄລຍະ 1 (2017 -2020) ແລະ ໄລຍະ 2 (2021 – 2025) ຈາກແຂວງບັກນິງ ຫາແຂວງ ກວາງຈິ.


top