ຂ່າວສານ

ນາຍົກລັດຖະມົນຕີຊີ້ນຳບັນດາມາດຕະການຮັບປະກັນຕະຫຼາດຫຼັກຊັບ, ພັນທະບັດວິສາຫະກິດໃຫ້ເປັນປົກກະຕິ

ກະຊວງຕຳຫຼວດເປັນເຈົ້າການສົມທົບກັບກະຊວງການເງິນ, ທະນາຄານແຫ່ງລັດ ຫວຽດນາມ ແລະ ບັນດາອົງການທີ່ກ່ຽວຂ້ອງ ເພີ່ມທະວີວຽກງານກຳແໜ້ນສະພາບການຂອງຕະຫຼາດຫຼັກຊັບ, ຕະຫຼາດພັນທະບັດວິສາຫະກິດ
    
  (ພາບປະກອບ)  

 ໂທລະເລກທາງການສະບັບອອກວັນທີ 11 ເມສາ ຂອງນາຍົກລັດຖະມົນຕີ ຫວຽດນາມ ຊີ້ແຈ້ງ ເພື່ອຮັບປະກັນໃຫ້ຕະຫຼາດຫຼັກຊັບ, ຕະຫຼາດພັນທະບັດວິສາຫະກິດເຄື່ອນໄຫວເປັນປົກກະຕິ, ປອດໄສ, ກະຈ່າງແຈ້ງ, ປອດໄພ ແລະ ພັດທະແບບຍືນຍົງ. ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ກະຊວງການເງິນ, ທະນາຄານແຫ່ງລັດ ຫວຽດນາມ, ກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ໂດຍອີງຕາມພາລະບົດບາດ ແລະ ໜ້າທີ່ ທີ່ໄດ້ຮັບມອບໝາຍ, ເປັນເຈົ້າການຕິດຕາມການເໜັງຕີງຂອງຕະຫຼາດການເງິນ, ເງິນຕາ, ຫຼັກຊັບ ແລະ ພັນທະບັດຢູ່ພາຍໃນປະເທດ ແລະ ສາກົນຢ່າງໃກ້ຊິດ ເພື່ອເປັນເຈົ້າການ, ປະຕິບັດບັນດາມາດຕະການຮັບປະກັນຕະຫຼາດຢ່າງທັນການ ເພື່ອໃຫ້ນັກລົງທຶນມີຄວາມອຸ່ນອຽນໃຈ, ເຊື່ອໝັ້ນຕະຫຼາດ. ກະຊວງຕຳຫຼວດເປັນເຈົ້າການສົມທົບກັບກະຊວງການເງິນ, ທະນາຄານແຫ່ງລັດ ຫວຽດນາມ ແລະ ບັນດາອົງການທີ່ກ່ຽວຂ້ອງ ເພີ່ມທະວີວຽກງານກຳແໜ້ນສະພາບການຂອງຕະຫຼາດຫຼັກຊັບ, ຕະຫຼາດພັນທະບັດວິສາຫະກິດ; ແກ້ໄຂບັນດາກໍລະນີລະເມີດກົດໝາຍ, ພິເສດແມ່ນບັນດາການກະທຳໃຫ້ຂ່າວທີ່ບໍ່ມີມູນຄວາມຈິງ ກໍຄວາມຂາດສະຖຽນລະພາບ, ຄວາມປອດໄພຂອງຕະຫຼາດ.


top