ຂ່າວສານ

ນາຍົກລັດຖະມົນຕີຈະດຳເນີນການໂອ້ລົມສົນທະນາກັບຊາວໜຸ່ມໃນເດືອນ ມີນາ 2023

ເນື້ອໃນການໂອ້ລົມສົນທະນາລວມມີ ການປະຕິບັດກົນໄກ, ນະໂຍບາຍ ແລະ ບັນດາຂໍ້ກຳນົດຂອງກົດໝາຍສຳລັບຊາວໜຸ່ມ
  ຄາດວ່າ, ກອງປະຊຸມໂອ້ລົມສົນທະນາລະຫວ່າງນາຍົກລັດຖະມົນຕີ ຫວຽດນາມ ກັບຊາວໜຸ່ມປີ 2023 ຈະຈັດຂຶ້ນໃນວັນທີ 26 ມີນາ (ພາບປະກອບ: VGP)  

ຄາດວ່າ, ກອງປະຊຸມໂອ້ລົມສົນທະນາລະຫວ່າງນາຍົກລັດຖະມົນຕີ ຫວຽດນາມ ກັບຊາວໜຸ່ມປີ 2023 ຈະຈັດຂຶ້ນໃນວັນທີ 26 ມີນາ, ຢູ່ສຳນັກງານລັດຖະບານ.

ຕາມຂໍ້ກຳນົດໃນດຳລັດເລກທີ 13 ປີ 2021 ຂອງລັດຖະບານ, ນາຍົກລັດຖະມົນຕີ, ປະທານຄະນະກຳມະການປະຊາຊົນທຸກຂັ້ນມີຄວາມຮັບຜິດຊອບ ຈັດການໂອ້ລົມສົນທະນາກັບຊາວໜຸ່ມຢ່າງໜ້ອຍສຸດ 1 ປີເທື່ອໜຶ່ງ. ເນື້ອໃນການໂອ້ລົມສົນທະນາລວມມີ: ການປະຕິບັດກົນໄກ, ນະໂຍບາຍ ແລະ ບັນດາຂໍ້ກຳນົດຂອງກົດໝາຍສຳລັບຊາວໜຸ່ມ; ການເຄື່ອນໄຫວຂອງບັນດາອົງການຈັດຕັ້ງກ່ຽວຂ້ອງເຖິງສິດ ແລະ ຜົນປະໂຫຍດອັນຊອບທຳຂອງຊາວໜຸ່ມ; ແກ້ໄຂບັນດາຂໍ້ສະເໜີແນະຂອງຊາວໜຸ່ມ; ບົດບາດ, ຄວາມຮັບຜິດຊອບຂອງຊາວໜຸ່ມໃນການຮ່ຳຮຽນ, ອອກແຮງງານ, ການຝຶກຝົນຫຼໍ່ຫຼອມ, ການເຂົ້າຮ່ວມພັດທະນາເສດຖະກິດ - ສັງຄົມ ແລະ ການປົກປັກຮັກສາປະເທດຊາດ; ບັນດາຂໍ້ສະເໜີແນະ, ຂໍ້ສະເໜີອື່ນໆຂອງຊາວໜຸ່ມ.


top