ຂ່າວສານ

ນາຍົກລັດຖະມົນຕີ ໄທ ອອກສະໝັກຮັບເລືອກຕັ້ງ

      ທ່ານນາຍົກລັດຖະມົນຕີ ໄທ ປຣາຣຸດ ເນັ້ນໜັກວ່າ ທ່ານຈະອອກສະໝັກຮັບເລືອກຕັ້ງດ້ວຍຖານະເປັນຜູ້ສະໝັກຂອງພັກ ພະລັງ ປຣາຈາຣາດ ສະໜັບສະໜູນອຳນາດການປົກຄອງການທະຫານຢູ່ ໄທ. 

ທ່ານນາຍົກລັດຖະມົນຕີ ໄທ ປຣາຣຸດ ຈັນໂອຈາ (ພາບ: AFP/TTXVN)
      ວັນທີ 08 ກຸມພາ, ທ່ານນາຍົກລັດຖະມົນຕີ ໄທ ປຣາຣຸດ ຈັນໂອຈາ ໄດ້ຮັບຮູ້ຂໍ້ສະເໜີຂອງພັກ  ພະລັງ ປຣາຈາຣາດ (ສິດອຳນາດປະຊາຊົນຂອງປະເທດ) ອອກສະໝັກຮັບເລືອກຕັ້ງເປັນນາຍົກລັດຖະມົນຕີ ໃນການເລືອກຕັ້ງທົ່ວປະເທດ ຄາດວ່າຈະດຳເນີນໃນວັນທີ 24 ມີນາ ຈະມາເຖິງ. ຖະແຫຼງການຂອງທ່ານນາຍົກລັດຖະມົນຕີ ໄທ ປຣາຣຸດ ເນັ້ນໜັກວ່າ ທ່ານຈະອອກສະໝັກຮັບເລືອກຕັ້ງດ້ວຍຖານະເປັນຜູ້ສະໝັກຂອງພັກ ພະລັງ ປຣາຈາຣາດ ສະໜັບສະໜູນອຳນາດການປົກຄອງການທະຫານຢູ່ ໄທ. ແຕ່ລະພັກຢູ່ ໄທ ໄດ້ຈົດທະບຽນຜູ້ອອກສະໝັກຮັບເລືອກຕັ້ງເປັນນາຍົກລັດຖະມົນຕີ 3 ຄົນ.
 (ແຫຼ່ງຄັດຈາກ VOV)


top