ຂ່າວສານ

ນາຍົກລັດຖະມົນຕີ ໂມຢຳບິກ ເລີ່ມຕົ້ນການຢ້ຽມຢາມຫວຽດນາມຢ່າງເປັນທາງການ

      ທ່ານນາຍົກລັດຖະມົນຕີ ແຫ່ງ ສ. ໂມຢຳບິກ Carlos Agostinho Rosario ໄດ້ເລີ່ມຕົ້ນການຢ້ຽມຢາມຫວຽດນາມຢ່າງເປັນທາງການແຕ່ວັນທີ 31 ກໍລະກົດຫາວັນທີ 3 ສິງຫາປີ 2017

ທ່ານນາຍົກລັດຖະມົນຕີ ໂມຢຳບິກ Carlos Agostinho Rosario 
      ວັນທີ 31/7, ທ່ານນາຍົກລັດຖະມົນຕີ ແຫ່ງ ສ. ໂມຢຳບິກ Carlos Agostinho Rosario ໄດ້ເລີ່ມຕົ້ນການຢ້ຽມຢາມຫວຽດນາມຢ່າງເປັນທາງການແຕ່ວັນທີ 31 ກໍລະກົດຫາວັນທີ 3 ສິງຫາປີ 2017 ຕາມຄຳເຊີນຂອງທ່ານ ນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ. ການຢ້ຽມຢາມຫວຽດນາມຂອງ ທ່ານນາຍົກລັດຖະມົນຕີ ແຫ່ງ ສ. ໂມຢຳບິກ Carlos Agostinho Rosario ແມ່ນເພື່ອເພີ່ມທະວີສາຍພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງ ຫວຽດນາມ - ໂມຢຳບິກ ພ້ອມທັງແລກປ່ຽນບັນດາມາດຕະການຊຸກຍູ້ການພົວພັນຮ່ວມມືທາງດ້ານການຄ້າ, ການລົງທຶນກໍຄືໃນບັນດາຂົງເຂດທີ່ 2 ຝ່າຍຕ່າງກໍມີຄວາມສົນໃຈ.
 (ແຫຼ່ງຄັດຈາກ VOV)

top