ຂ່າວສານ

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຕ້ອນຮັບຮອງນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ

      ໃນວັນທີ 11 ທັນວາ 2019 ສຳນັກງານນາຍົກລັດຖະມົນຕີ ນະຄອນຫລວງວຽງຈັນ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານ ເຈືອງ ຮ່ວາ ບີ່ງ ຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ແຫ່ງ ສສ.ຫວຽດນາມ ພ້ອມດ້ວຍຄະນະ ເນື່ອງໃນໂອກາດທີ່ໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງ ວັນທີ 10-12 ທັນວາ 2019, ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບອັນດີງາມ ລະຫວ່າງ ສປປ ລາວ ແລະ ສສ. ຫວຽດນາມ.

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານ ເຈືອງ ຮ່ວາ ບີ່ງ
ຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ແຫ່ງ ສສ.ຫວຽດນາມ (ພາບ: ຂປລ) 
      ໃນໂອກາດດັ່ງກ່າວ, ທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ຕີລາຄາສູງຕໍ່ ທ່ານ ທ່ານ ເຈືອງ ຮ່ວາ ບີ່ງ ທີ່ໄດ້ນຳພາຄະນະເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້, ເຊິ່ງເປັນການປະກອບສ່ວນອັນສຳຄັນ ເຂົ້າໃນການເພີ່ມທະວີ ແລະ ເສີມຂະຫຍາຍມູນເຊື້ອອັນດີງາມ ແຫ່ງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດ ນາມ ອ້າຍນ້ອງທີ່ມີມາແຕ່ດົນນານ ໃຫ້ມີຄວາມແໜ້ນແຟ້ນ ແລະ ມີປະສິດທິຜົນສູງຂຶ້ນກວ່າເກົ່າ ໂດຍສະເພາະແມ່ນການຮ່ວມມືດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ດ້ານຍຸຕິທຳ, ດ້ານການຄ້າ, ການລົງທຶນ, ວຽກງານກວດກາ ແລະ ຕ້ານການສໍ້ລາດບັງຫລວງ.
            ໃນໂອກາດດຽວກັນ, ທ່ານ ເຈືອງ ຮ່ວາ ບີ່ງ ກໍ່ໄດ້ສະແດງຄວາມຂອບໃຈຕໍ່ ທ່ານ ທອງລຸນ ສີສຸລິດ ທີ່ໄດ້ເສຍສະຫລະເວລາອັນມີຄ່າ ໃນການຕ້ອນຮັບອັນອົບອຸ່ນໃນຄັ້ງນີ້, ພ້ອມທັງແຈ້ງຈຸດປະ ສົງໃຫ້ທ່ານນາຍົກລົດຖະມົນຕີ ໄດ້ຮັບຊາບຕື່ມອີກ.
 (ແຫຼ່ງຄັດຈາກ VOV)


top