ຂ່າວສານ

ນາຍົກລັດຖະມົນຕີ ເຫັນດີເປັນເອກະພາບໃຫ້ສົ່ງອອກເຂົ້າສານຄືນໃໝ່ ແຕ່ຕ້ອງຄ້ຳປະກັນດ້ານສະບຽງອາຫານ

ນາຍົກລັດຖະມົນຕີ ຫວຽດນາມ ຫາກໍ່ມີຄຳເຫັນກ່ຽວກັບເລື່ອງສົ່ງອອກເຂົ້າສານໃນສະພາບເກີດໂລກລະບາດໂຄວິດ-19 ແລະ ໄພແຫ້ງແລ້ງ, ນ້ຳທະເລຊຶມເຂົ້າ. 

 (ພາບປະກອບ/VGP)

ທ່ານນາຍົກລັດຖະມົນຕີໄດ້ມອບໝາຍໃຫ້ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ເປັນເຈົ້າການ, ສົມທົບກັບບັນດາກະຊວງຄື: ກະຊວງການເງິນ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດ, ບັນດາອົງການທີ່ກ່ຽວຂ້ອງ ຕັດສິນຕາມສິດອຳນາດຂອງຕົນ, ຜັນຂະຫຍາຍ, ປະຕິບັດວິທີການສົ່ງອອກເຂົ້າສານດັ່ງກ່າວ ແລະ ບັນດາຂໍ້ກຳນົດທີ່ພວມປະກາດໃຊ້ ຢ່າງຮີບດ່ວນ; ຮັບປະກັນບໍ່ໃຫ້ສົ່ງຜົນສະທ້ອນເຖິງຄ້ຳປະກັນດ້ານສະບຽງອາຫານແຫ່ງຊາດ, ເດັດຂາດບໍ່ປະໃຫ້ເກີດສະພາບການຂາດແຄນເຂົ້າສານໃນທຸກກໍລະນີ, ເປັນຕົ້ນແມ່ນໃນສະພາບການປ່ຽນແປງຂອງດິນຟ້າອາກາດ, ສະພາບການເກີດໂລກລະບາດໂຄວິດ-19. ກ່ອນອື່ນໝົດ ໃນເດືອນ ເມສາ ອະນຸຍາດໃຫ້ສົ່ງອອກເຂົ້າສານແມ່ນ 400.000 ໂຕນ.
 (ແຫຼ່ງຄັດຈາກ VOV)

top