ຂ່າວສານ

ນາຍົກລັດຖະມົນຕີ ເຢຍລະມັນ ເຄື່ອນໄຫວຢ້ຽມຢາມບັນດາປະເທດ ອາເມລິກາ ລາຕິນ

ສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ຍັງຄົງຮັກສາບົດບາດສຳຄັນສຳລັບພາກພື້ນ ແລະ ໂລກ...
  (ພາບປະກອບຈາກ : Đào Trang/TTXVN)  
ວັນທີ 29 ມັງກອນ, ກ່າວຄຳເຫັນທີ່ພິທີເລີ່ມປະຕິບັດບົດບາດຂອງ ປີປະທານ ອາຊຽນ ອິນໂດເນເຊຍ 2023 ຢູ່ນະຄອນຫຼວງ ຈາກາຕາ, ທ່ານປະທານາທິບໍດີ ອິນໂດເນເຊຍ Joko Widodo ຢັ້ງຢືນວ່າ: ສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ຍັງຄົງຮັກສາບົດບາດສຳຄັນສຳລັບພາກພື້ນ ແລະ ໂລກ ໃນສະພາບການພວມຕ້ອງປະເຊີນໜ້າກັບບັນດາວິກິດການໃນປະຈຸບັນ. ທ່ານປະທານາທິບໍດີ Joko Widodo ໄດ້ຢ້ຳຄືນບັນດາສິ່ງທ້າທາຍຄື: ວິກິດການເສດຖະກິດ, ວິກິດການພະລັງງານ, ວິກິດການສະບຽງອາຫານ ແລະ ການປະທະກັນ. ທ່ານສະແດງຄວາມເຊື່ອໝັ້ນວ່າ: ອາຊຽນ “ຍັງມີຄວາມສຳຄັນ ແລະ ເໝາະສົມກັບປະຊາຊົນ, ພາກພື້ນ ແລະ ໂລກ”, ພ້ອມທັງຫວັງວ່າ ອາຊຽນ ຈະສືບຕໍ່ປະກອບສ່ວນໃຫ້ແກ່ສັນຕິພາບ ແລະ ສະຖຽນລະພາບຢູ່ພາກພື້ນ ມະຫາສະໝຸດອິນເດຍ - ປາຊີຟິກ. ການນຳຜູ້ນີ້ເນັ້ນໜັກວ່າ: “ອາຊຽນ ຈະສືບຕໍ່ມີຄວາມສາມາດຮັກສາການເຕີບໂຕເສດຖະກິດ ແລະ ຄວາມສຳຄັນຂອງຕົນດ້ວຍຖານະແມ່ນຈຸດໃຈກາງເຕີບໂຕທົ່ວໂລກ”.

top