ຂ່າວສານ

ນາຍົກລັດຖະມົນຕີ ເຢຍລະມັນ ຮັບຮູ້ວ່າ ຈະເຈລະຈາສ້າງຕັ້ງສຳພັນທະມິດກັບ FDP ແລະ ພັກຂຽວ

      ວັນທີ 7 ຕຸລາ, ທ່ານນາງນາຍົກລັດຖະມົນຕີ ເຢຍລະມັນ Angela Merkel ຮັບຮູ້ວ່າ ທ່ານນາງຈະດຳເນີນການເຈລະຈາກັບພັກປະຊາທິປະໄຕເສລີ (FDP) ແລະ ພັກຂຽວ.

ທ່ານນາງນາຍົກລັດຖະມົນຕີ ເຢຍລະມັນ Angela Merkel  (ພາບ: AFP/TTXVN)
      ເພື່ອສ້າງຕັ້ງລັດຖະບານສຳພັນທະມິດ ພາຍຫລັງການເລືອກຕັ້ງທົ່ວປະເທດເມື່ອເດືອນກ່ອນ. ກ່າວຄຳເຫັນທີ່ນະຄອນ Dresden ທາງທິດຕາເວັນອອກຊອງປະເທດ ເຢຍລະມັນ, ທ່ານນາງ Angela Merkel ໃຫ້ຮູ້ວ່າ: ບັນດາການເຈລະຈາຈະປະສົບກັບຄວາມຫຍຸ້ງຍາກແຕ່ “ຂ້າພະເຈົ້າຫວັງວ່າ ສຳພັນທະມິດຈະໄດ້ຮັບການສ້າງຂຶ້ນ”
        ຄາດຄະເນວ່າ ບັນດາການເຈລະຈາ ຈະເລີ່ມຕົ້ນໃນ 2, 3 ວັນຈະມາເຖິງ ແລະ ຄາດວ່າລັດຖະບານພັນທະມິດໃໝ່ ຈະໄດ້ສ້າງຂຶ້ນໃນທ້າຍປີນີ້.
(ແຫຼ່ງຄັດຈາກ VOV)

top