ຂ່າວສານ

ນາຍົກລັດຖະມົນຕີ ເປັນປະທານກອງປະຊຸມ ຄະນະປະຈຳລັດຖະບານ ກັບຄະນະປະຈຳພັກນະຄອນ ໂຮ່ຈິມິນ

ຕອນເຊົ້າວັນທີ 16 ເມສາ, ຢູ່ນະຄອນໂຮ່ຈິມິນ, ທ່ານນາຍົກລັດຖະມົນຕີຟ້າມມີງຈີງ ໄດ້ເປັນປະທານກອງປະຊຸມຄະນະປະຈຳລັດຖະບານກັບຄະນະປະຈຳພັກນະຄອນໂຮ່ຈິມິນ.
  ນາຍົກລັດຖະມົນຕີ ເຮັດວຽກກັບ ຄະນະ ປະຈຳພັກນະຄອນ ໂຮ່ຈິມິນ  

ທີ່ການພົບປະເຮັດວຽກ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ ເນັ້ນໜັກວ່າ: ນະຄອນ ໂຮ່ຈິມິນ ແມ່ນຫົວຈັກເສດຖະກິດ, ເປັນສູນກາງວັດທະນະທຳ ແລະ ສັງຄົມຂອງພາກໃຕ້ ແລະ ທົ່ວປະເທດ; ລັດຖະບານໄດ້ມີບັນດາການເຮັດວຽກກັບນະຄອນເປັນປະຈຳ ເພື່ອປຶກສາຫາລືກ່ຽວກັບການແກ້ໄຂເພື່ອຊຸກຍູ້ນະຄອນໂຮ່ຈິມິນພັດທະນາຢ່າງວ່ອງໄວ ແລະ ຍືນຍົງ. ກອງປະຊຸມຄັ້ງນີ້ ເພື່ອແນໃສ່ຕີລາຄາສະພາບການພັດທະນາເສດຖະກິດ - ສັງຄົມ ໃນໄຕມາດທີ 1 ປີ 2023, ແກ້ໄຂບັນດາຂໍ້ສະເໜີແນະ ແລະ ແລກປ່ຽນວິທີການແກ້ໄຂເພື່ອຊຸກຍູ້ການພັດທະນານະຄອນໂຮ່ຈິມິນ ໂດຍໄວ, ຍືນຍົງ, ສີວິໄລ ແລະ ທັນສະໄໝ; ສົມເປັນຫົວຈັກເສດຖະກິດ, ເປັນສູນກາງ ວັດທະນະທ ຳ-ສັງຄົມຂອງທົ່ວປະເທດ, ມຸ່ງໄປເຖິງກາຍເປັນສູນກາງເສດຖະກິດ, ການເງິນ, ການບໍລິການ, ວັດທະນະທຳ, ການສຶກສາ - ບຳລຸງສ້າງ, ວິທະຍາສາດ - ເຕັກໂນໂລຢີ ແລະ ນະວັດຕະກຳຂອງອາຊີຕາເວັນອອກສ່ຽງໃຕ້ ແລະ ອາຊີ. ມີຄວາມສາມາດແກ່ງແຍ້ງໃນທົ່ວໂລກ.

ທີ່ການພົບປະເຮັດວຽກ, ທ່ານປະທານຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ າຟນວັນມ້າຍ ໄດ້ສະເໜີໃຫ້ລັດຖະບານ, ທ່ານນາຍົກລັດຖະມົນຕີ, ການນຳບັນດາກະຊວງ, ຂະແໜງການຫຼາຍບັນຫາ, ໃນນັ້ນມີບັນດາໂຄງການຄົມມະນາຄົມລະຫວ່າງເຂດ.

 


top