ຂ່າວສານ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສົ່ງເສີມການລົງທຶນແຂວງ ກວາງບີງ 2018

ຕອນເຊົ້າວັນທີ 27 ສິງຫາ, ທີ່ແຂວງ ກວາງບີງ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ເຂົ້າຮ່ວມກອງປະຊຸມສົ່ງເສີມການລົງທຶນແຂວງ ກວາງບີງ ປີ 2018 ດ້ວຍຫົວຂໍ້ວ່າ “ການຮ່ວມມື ແລະ ພັດທະນາແບບຍືນຍົງ”.

ກອງປະຊຸມສົ່ງເສີມການລົງທຶນແຂວງ ກວາງບີງ 2018

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ປາດຖະໜາວ່າ ບັນດາທັດສະນີຍະພາບ, ທິວທັດທຳມະຊາດຂອງແຂວງ ກວາງບີງ ຄວນໄດ້ຮັບການເຊື່ອມຕໍ່ກັບບັນດາຄຸນຄ່າວັດທະນະທຳ, ລະບົບຊີວະພາບ, ມໍລະດົກ ແລະ ທັດສະນີຍະພາບໃນທົ່ວປະເທດ, ຈະນຳມາໃຫ້ ຫວຽດນາມ ກາລະໂອກາດບືນຕົວຂຶ້ນກາຍເປັນປະເທດມະຫາອຳນາດການທ່ອງທ່ຽວລະດັບ ອາຊຽນ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກ່າວວ່າ:

        “ຂ້າພະເຈົ້າມອບໝາຍໜ້າທີ່ໃຫ້ກະຊວງຄົມມະນາຄົມຂົນສົ່ງຄົ້ນຄວ້າ ກ່ຽວກັບການພັດທະນາສະໜາມບິນ ດົງເຮີຍ ຢ່າງຮີບດ່ວນ. ພ້ອມກັບແຜນນະໂຍບາຍເປີດປະຕູຂອງລັດຖະບານ ຫວຽດນາມ, ກະຊວງຄົມມະນາຄົມຂົນສົ່ງ ຄວນຍົກລະດັບທ່າອາກາດສະຍານ ດົງເຮີຍ ກາຍເປັນສະໜາມບິນສາກົນໂດຍໄວ, ແນໃສ່ຕອບສະໜອງເງື່ອນໄຂ ອະນຸຍາດໃຫ້ຄົນຕ່າງປະເທດເຂົ້າ-ອອກເມືອງດ້ວຍວິຊາເອເລັກໂຕນິກ. ນີ້ບໍ່ພຽງແຕ່ແມ່ນເງື່ອນໄຂໃຫ້ການພັດທະນາຂອງ ກວາງບີງ ເທົ່ານັ້ນ ຫາກຍັງແມ່ນການພັດທະນາໃຫ້ທົ່ວຂະແໜງທ່ອງທ່ຽວອີກດ້ວຍ. ຖ້າຫາກພວກເຮົາເຮັດຢ່າງຊັກຊ້າ 1 ວັນ, ກວາງບີງ ແລະ ຂະແໜງການທ່ອງທ່ຽວ ຫວຽດນາມ ຈະພາດໂອກາດ 1 ວັນ.

(ແຫຼ່ງຄັດຈາກ VOV)



top