ຂ່າວສານ

ນາຍົກລັດຖະມົນຕີ ຫວຽດນາມ ແລະ ກຳປູເຈຍ ເຂົ້າຮ່ວມເວທີປາໄສວິສາຫະກິດສອງປະເທດ

ກ່າວຄຳເຫັນທີ່ເວທີປາໄສ, ທ່ານນາຍົກລັດຖະມົນຕີ  ຫງວຽນຊວນຟຸກ ຊີ້ນຳເວທີປາໄສແມ່ນໂອກາດເພື່ອໃຫ້ວິສາຫະກິດສອງປະເທດຍູ້ແຮງການຮ່ວມມືລົງທຶນດຳເນີນທຸລະກິດ, ພິເສດແມ່ນໃນສະພາບການຮ່ວມມືສອງປະເທດພັດທະນາອັນດີງາມໃນທຸກຂົງເຂດ

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກ່າວຄຳເຫັນທີ່ເວທີປາໄສ

ຕອນບ່າຍວັນທີ 6 ທັນວາ, ຢູ່ຮ່າໂນ້ຍ, ເນື່ອງໃນໂອກາດການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ, ທ່ານນາຍົກລັດຖະມົນຕີ ກຳປູເຈຍ Samdech Techo Hunsen ແລະ ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ພ້ອມກັນເຂົ້າຮ່ວມເວທີປາໄສວິສາຫະກິດ ຫວຽດນາມ - ກຳປູເຈຍ. ກ່າວຄຳເຫັນທີ່ເວທີປາໄສ, ທ່ານນາຍົກລັດຖະມົນຕີ  ຫງວຽນຊວນຟຸກ ຊີ້ນຳເວທີປາໄສແມ່ນໂອກາດເພື່ອໃຫ້ວິສາຫະກິດສອງປະເທດຍູ້ແຮງການຮ່ວມມືລົງທຶນດຳເນີນທຸລະກິດ, ພິເສດແມ່ນໃນສະພາບການຮ່ວມມືສອງປະເທດພັດທະນາອັນດີງາມໃນທຸກຂົງເຂດ ແລະ ການນຳລັດຖະບານສອງປະເທດແກ້ໄຂບັນດາຄວາມຫຍຸ້ງຍາກໃຫ້ແກ່ວິສາຫະກິດສອງປະເທດເປັນປະຈຳ. ຄາດວ່າ, ດ້ວຍລະດັບວົງເງິນການຄ້າປີນີ້ບັນລຸ 5 ຕື້ USD, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຖືວ່າ: ຮອດປີ 2020 ອາດຈະບັນລຸ 7 – 8 ຕື້ USD.

        ສ່ວນທ່ານນາຍົກລັດຖະມົນຕີ ກຳປູເຈຍ Hunsen ຕີລາຄາສູງບັນດາການເຄື່ອນໄຫວຮ່ວມມືການຄ້າ ແລະ ການລົງທຶນລະຫວ່າງສອງປະເທດໃນໄລຍະຜ່ານມາ, ພ້ອມທັງຊີ້ແຈ້ງເຖິງຄວາມສາມາດບົ່ມຊ້ອນຂອງພື້ນຖານເສດຖະກີດ ກຳປູເຈຍ ຕໍ່ບັນດານັກລົງທຶນ. ໃນນັ້ນ, ລັດຖະບານ ກຳປູເຈຍ ໄດ້ວາງອອກຍຸດທະສາດພັດທະນາອຸດສາຫະກຳໄລຍະ 2015 – 2025; ຊຸກຍູ້ການປັບປຸງສະພາບແວດລ້ອມແຫ່ງການລົງທຶນ, ດຳເນີນທຸລະກິດ, ພິເສດແມ່ນອາກອນ ແລະ ພາສີ; ພັດທະນາພື້ນຖານໂຄງລ່າງ, ສ້າງເສັ້ນທາງຄວາມໄວສູງທີ່ເຊື່ອມຕໍ່ບັນດາທ່າກ່ຳປັ່ນ ແລະ ພັດທະນາທ່າກ່ຳປັ່ນນ້ຳເລິກ.

(ແຫຼ່ງຄັດຈາກ VOV)



top