ຂ່າວສານ

ນາຍົກລັດຖະມົນຕີ ຫວຽດນາມ ຢ້ຽມຢາມຮ້ານວາງສະແດງຢູ່ງານຕະຫຼາດນັດອາຫານການກິນແລະໂຮງແຮມອາຊີ 2018

ງານຕະຫຼາດນັດດັ່ງກ່າວແມ່ນງານຕະຫຼາດນັດສະເພາະຂະແໜງໃຫຍ່ທີ່ສຸດຢູ່ ອາຊີ ໄດ້ຮັບການຈັດຕັ້ງ 2 ປີ/ເທື່ອ

ຫວຽດນາມ ຢ້ຽມຢາມຮ້ານວາງສະແດງຢູ່ງານຕະຫຼາດນັດອາຫານການກິນແລະໂຮງແຮມອາຊີ 2018

ໃນຂອບເຂດການຢ້ຽມຢາມ ສິງກະໂປ ຢ່າງເປັນທາງການ, ຕອນເຊົ້າວັນທີ 26 ເມສາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ໄປຢ້ຽມຊົມ, ແນະນຳບັນດາຜະລິດຕະພັນມີເຄື່ອງໝາຍການຄ້າ ຫວຽດນາມ ຢູ່ງານຕະຫຼາດນັດອາຫານການກິນ ແລະ ໂຮງແຮມອາຊີ 2018 (Food& Hotel Asia 2018 – FHA 2018). ງານຕະຫຼາດນັດດັ່ງກ່າວແມ່ນງານຕະຫຼາດນັດສະເພາະຂະແໜງໃຫຍ່ທີ່ສຸດຢູ່ ອາຊີ ໄດ້ຮັບການຈັດຕັ້ງ 2 ປີ/ເທື່ອ. ງານວາງສະແດງນີ້ໄດ້ດຶງດູດ 70 ຮ້ານວາງສະແດງລະດັບຊາດ ແລະ ກ່ວາ 4.000 ວິສາຫະກິດທີ່ມາຈາກ 70 ປະເທດ, ເຂດແຄ້ວນ, ເຂົ້າຮ່ວມການວາງສະແດງ ແລະ ແນະນຳບັນດາທ່າອ່ຽງ ກໍ່ຄືຜະລິດຕະພັນໃໝ່ສຸດໃນຂະແໜງອາຫານການກິນ ແລະ ໂຮງແຮມ. ນີ້ເປັນຄັ້ງທຳອິດທີ່ ຫວຽດນາມ ມີຮ້ານວາງສະແດງລະດັບຊາດ ຢູ່ FHA.

        ກ່ອນໜ້ານັ້ນ, ຕອນເຊົ້າວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ຄະນະຂັ້ນສູງ ຫວຽດນາມ ໄດ້ໄປຖະຫວາຍທູບທຽນຢູ່ອະນຸສາວາລີປະທານ ໂຮ່ຈີມິນ ໃນບໍລິເວນຫໍພິພິທະພັນອະລິຍະທຳ ອາຊີ - ເຊິ່ງແມ່ນໜຶ່ງໃນບັນດາຫໍພິພິທະພັນແຫ່ງຊາດໂດ່ງດັງທີ່ສຸດຂອງສິງກະໂປ.

(ແຫຼ່ງຄັດຈາກ VOV)



top