ຂ່າວສານ

ນາຍົກລັດຖະມົນຕີ ຫວຽດນາມ ຢ້ຽມຢາມຍີ່ປຸ່ນ ແລະ ເຂົ້າຮ່ວມກອງປະຊຸມອະນາຄົດຂອງອາຊີ ຄັ້ງທີ 23 ຢ່າງເປັນທາງການ

      ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຕ້ອນຮັບຜູ້ວ່າການແຂວງ Ibaraki, ຢ້ຽມຢາມ ແລະ ໂອ້ລົມກັບພະນັກງານ, ລັດຖະກອນສະຖານທູດ ແລະ ຜູ້ຕາງໜ້າປະຊາຄົມຊາວ ຫວຽດນາມ ຢູ່ ຍີ່ປຸ່ນ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ພັນລະຍາ
      ໂດຍໄດ້ຮັບຄຳເຊີນຂອງທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe, ຕອນເຊົ້າວັນທີ 4 ມິຖຸນາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ພັນລະຍາ ນຳໜ້າຄະນະຜູ້ແທນຂັ້ນສູງ ຫວຽດນາມ ອອກຈາກ ຮ່າໂນ້ຍ, ເດີນທາງໄປຢ້ຽມຢາມ ຍີ່ປຸ່ນ ແລະ ເຂົ້າຮ່ວມກອງປະຊຸມອະນາຄົດຂອງ ອາຊີ ຄັ້ງທີ 23 ຢູ່ ໂຕກຽວ ແຕ່ວັນທີ 4 -8 ມິຖຸນາ. ການຢ້ຽມຢາມ ຍີ່ປຸ່ນ ແລະ ເຂົ້າຮ່ວມກອງປະຊຸມອະນາຄົດຂອງ ອາຊີ ຄັ້ງທີ 23 ຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເພື່ອແນໃສ່ຢືນຢັນການຖືເປັນສຳຄັນ, ເພີ່ມທະວີ ແລະ ເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດເລິກເຊິ່ງ, ກ້ວາງຂວາງ ຫວຽດນາມ - ຍີ່ປຸ່ນ ໃນທຸກໆຂົງເຂດ.
        ຕອນບ່າຍວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຕ້ອນຮັບຜູ້ວ່າການແຂວງ Ibaraki, ຢ້ຽມຢາມ ແລະ ໂອ້ລົມກັບພະນັກງານ, ລັດຖະກອນສະຖານທູດ ແລະ ຜູ້ຕາງໜ້າປະຊາຄົມຊາວ ຫວຽດນາມ ຢູ່ ຍີ່ປຸ່ນ. ຕາມໂຄງການເຮັດວຽກແລ້ວ, ທ່ານນາຍົກລັດຖະມົນຕີ ຈະເຈລະຈາກັບທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe, ພົບປະກັບພະເຈົ້າຈັກກະພັດ ແລະ ພະມະເຫສີ ຍີ່ປຸ່ນ, ມີບັນດາການພົບປະກັບການນຳ ສະພາແຫ່ງຊາດ, ສະຫະພັນສະມາຊິກສະພາແຫ່ງຊາດມິດຕະພາບ ຍີ່ປຸ່ນ - ຫວຽດນາມ, ບັນດາພັກການເມືອງຫຼັກແຫຼ່ງ… ວັນທີ 5 ມິຖຸນາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຈະເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ພິທີໄຂກອງປະຊຸມອະນາຄົດຂອງ ອາຊີ ຄັ້ງທີ 23 ແລະ ກອງປະຊຸມສົ່ງເສີມການລົງທຶນ ກໍ່ຄືເປັນສັກຂີພິຍານພິທີລົງນາມບາງເອກະສານຮ່ວມມືຂອງບັນດາບໍລິສັດ ຫວຽດນາມ - ຍີ່ປຸ່ນ.
(ແຫຼ່ງຄັດຈາກ VOV)

top