ຂ່າວສານ

ນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເຮັດວຽກຢູ່ແຂວງ ເທື່ອທຽນ - ເຫ້ວ

ກ່າວຄຳເຫັນນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ ການເລີ່ມຕົ້ນທຸລະກິດ, ປ່ຽນແປງໃໝ່ປະດິດຄິດສ້າງ ແມ່ນກຳລັງໜູນ, ແຫຼ່ງກຳລັງສຳຄັນຕໍ່ການພັດທະນາຂອງແຕ່ລະປະເທດ. ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ສ້າງສະພາບແວດລ້ອມ, ເງື່ອນໄຂ...
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເຂົ້າຮ່ວມວັນບຸນ ເລີ່ມຕົ້ນທຸລະກິດແຫ່ງຊາດຂອງນັກຮຽນ, ນັກສຶກສາ

ໃນຕອນເຊົ້າວັນທີ 25 ມີນາ, ຢູ່ແຂວງ ເທື່ອທຽນ -ເຫ້ວ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເຂົ້າຮ່ວມວັນບຸນ ເລີ່ມຕົ້ນທຸລະກິດແຫ່ງຊາດຂອງນັກຮຽນ, ນັກສຶກສາ. ໂຄງການນີ້ໂດຍກະຊວງສຶກສາ ແລະ ບຳລຸງສ້າງ, ສູນກາງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ ເປັນເຈົ້າພາບ, ສົມທົບກັບຄະນະກຳມະການປະຊາຊົນແຂວງ ເທື່ອທຽນ - ເຫ້ວ ຈັດຕັ້ງຂຶ້ນ.

ກ່າວຄຳເຫັນນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ ການເລີ່ມຕົ້ນທຸລະກິດ, ປ່ຽນແປງໃໝ່ປະດິດຄິດສ້າງ ແມ່ນກຳລັງໜູນ, ແຫຼ່ງກຳລັງສຳຄັນຕໍ່ການພັດທະນາຂອງແຕ່ລະປະເທດ. ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ສ້າງສະພາບແວດລ້ອມ, ເງື່ອນໄຂ, ພື້ນຖານນິຕິກຳສະດວກເພື່ອໃຫ້ຊາວໜຸ່ມເລີ່ມຕົ້ນທຸລະກິດ, ໜູນຊ່ວຍຜັນຂະຫຍາຍເລີ່ມຕົ້ນທຸລະກິດ, ປ່ຽນແປງໃໝ່ປະດິດຄິດສ້າງ ແລະ ຍູ້ແຮງການຫັນເປັນການຄ້າບັນດາຜະລິດຕະພັນຂອງຊາວໜຸ່ມ,ສົ່ງເສີມ ແລະ ປົກປ້ອງບັນດາຜູ້ກ້າເລີ່ມຕົ້ນທຸລະກິດ, ກ້າປ່ຽນແປງໃໝ່ປະດິດຄິດສ້າງ.

ກ່ອນໜ້ານັ້ນ, ຕອນຄ່ຳວັນທີ 24 ມີນາ, ໃນການປະຕິບັດງານຢູ່ແຂວງ ເທື່ອທຽນ - ເຫ້ວ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ລົງໄປກວດກາ ຄວາມຄືບໜ້າຂອງໂຄງການກໍ່ສ້າງອາຄານຜູ້ໂດຍສານ T2 ຂອງທ່າອາກາດສະຍານສາກົນ ຝູບ່າຍ.

ນະທີ່ນີ້, ທ່ານນາຍົກລັດຖະມົນຕີ ໄດ້ຮຽກຮ້ອງໃຫ້ເຈົ້າຂອງລົງທຶນ ຊີ້ນຳບັນດານັກປະມູນ, ຫົວໜ່ວຍໃຫ້ຄຳປຶກສາກໍ່ສ້າງຈົ່ງເຮັດສຳເລັດບັນດາຂັ້ນຕອນທີ່ຍັງເຫຼືອໃຫ້ສຳເລັດຜົນໂດຍໄວ, ກວດກາ, ຕີລາຄາຄຸນນະພາບຂອງໂຄງການປະຕິບັດຖືກຕ້ອງຕາມບັນດາຂໍ້ກຳນົດທີ່ໄດ້ວາງອອກໃນປະຈຸບັນ. ທ່ານນາຍົກລັດຖະມົນຕີ ໄດ້ຊີ້ນຳກຽມພ້ອມນຳເຂົ້າຂຸດຄົ້ນ, ນຳໃຊ້ໃນໂອກາດວັນບຸນ ວັນທີ 30 ເມສາ, ວັນທີ 1 ພຶດສະພາຈະມາເຖິງ; ສະເໜີໃຫ້ບັນດາອົງການກ່ຽວຂ້ອງປະຕິບັດສຳເລັດພື້ນຖານໂຄງລ່າງໃຫ້ສຳເລັດຜົນ, ບັນດາເສັ້ນທາງຄົມມະນາຄົມເຊື່ອມຕໍ່ໄປຍັງສະໜາມບິນຢ່າງຮີບດ່ວນ.

 


top