ກ່າວຄຳເຫັນທີ່ເວທີປາໄສ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຊີ້ແຈ້ງວ່າ: ບັນດາວິສາຫະກິດ ນອກແວ ທີ່ໄປຍັງຕະຫລາດ ຫວຽດນາມ ອາດຈະໄດ້ສຳພັດກັບຫລາຍຕະຫລາດໃຫຍ່ໃນພາກພື້ນ ແລະ ເປັນຕົ້ນແມ່ນພາກພື້ນ ອາຊຽນ. ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ກ່າວວ່າ:
“ພວກຂ້າພະເຈົ້າສຸມໃສ່ດຶງດູດແຫຼ່ງກຳລັງລົງທຶນ ແລະ ພັດທະນາແບບຍືນຍົງ, ວ່ອງໄວແຕ່ຍືນຍົງຢູ່ໃນບັນດາຂົງເຂດບຸລິມະສິດການພັດທະນາພື້ນຖານໂຄງລ່າງ, ພະລັງງານຜະລິດຄືນໃໝ່, ເສດຖະກິດທະເລຂຽວ, ພັດທະນາແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງໃນການປະຕິວັດ 4.0 ດ້ວຍພື້ນຖານເສດຖະກິດດີຈີຕອນ. ຂ້າພະເຈົ້າປາດຖະໜາຢາກໄດ້ຮັບຄວາມສົນໃຈຮ່ວມມືຈາກບັນດານັກລົງທຶນ ນອກແວ ທີ່ສຸດ ເປັນຕົ້ນແມ່ນການບໍລິການທະເລຈຳນວນໜຶ່ງ ເຊິ່ງພວກຂ້າພະເຈົ້າຍັງຈຳກັດຫລາຍ. ນັບແຕ່ເວທີປາໄສໃນມື້ນີ້, ຂ້າພະເຈົ້າປາດຖະໜາຢາກໃຫ້ວິສາຫະກິດ 2 ປະເທດ ເປັນເຈົ້າກຳຕັດສິນ ຜົນສຳເລັດຂອງການຮ່ວມມື 2 ຝ່າຍ ແລະ ຈະແມ່ນໂອກາດເຊື່ອມຕໍ່ສ້າງບັນດາໂຄງການ, ບັນດາຂໍ້ຕົກລົງຮ່ວມມືປະສົບຜົນສຳເລັດໃນອະນາຄົດ.”
ໃນຂອບເຂດບັນດາການເຄື່ອນໄຫວຂອງວິສາຫະກິດ ແລະ ຢູ່ເວທີປາໄສວິສາຫະກິດ ຫວຽດນາມ - ນອກແວ, ມີຂໍ້ຕົກລົງຮ່ວມມື 3 ສະບັບໄດ້ລົງນາມໃນຂົງເຂດພະລັງງານ, logistic, ໄຟຟ້າ.
(ແຫຼ່ງຄັດຈາກ VOV)