ຂ່າວສານ

ນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ພົບປະກັບບັນດາຜູ້ຕາງໜ້າວິສາຫະກິດຕ່າງໆທີ່ດີເດັ່ນ

ຕອຍບ່າຍວັນທີ 16 ກໍລະກົດ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ພົບປະກັບບັນດາຜູ້ຕາງໜ້າວິສາຫະກິດຕ່າງໆທີ່ດີເດັ່ນຂອງຄະນະຄົ້ນຄ້ວາພັດທະນາເສດຖະກິດພາກເອກະຊົນ ຂຶ້ນກັບສະພາທີ່ປຶກສາລະບຽບການບໍລິຫານຂອງ ນາຍົກລັດຖະມົນຕີ ແລະ ອົງການບັນດາການນຳວິສາຫະກິດໜຸ່ມ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ

ທີ່ການພົບປະ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກໄດ້ຢືນຢັນເຖິງບົດບາດປະກອບສ່ວນສຳຄັນຂອງບັນດາວິສາຫະກິດທີ່ມີຕໍ່ພື້ນຖານເສດຖະກິດ ແລະ ຕີລາຄາສູງບັນດາຄຳເຫັນປະກອບຢ່າງສຸດໃຈຂອງບັນດາວິສາຫະກິດທີ່ການພົບປະນີ້. ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເນັ້ນໜັກວ່າ ເສດຖະກິດພາກເອກະຊົນຂອງຫວຽດນາມແມ່ນກຳລັງໜູນທີ່ສຳຄັນທີ່ສຸດ ຕໍ່ການພັດທະນາຂອງປະເທດຊາດ. ພັກ ແລະ ລັດຍາມໃດ ກໍເອົາໃຈໃສ່ ສ້າງເງື່ອນໄຂສະດວກເພື່ອໃຫ້ເສດຖະກິດພາກເອກະຊົນພັດທະນາ ແລະ ສູ້ຊົນໃຫ້ຈຳນວນວິສາຫະກິດຫວຽດນາມ ເພີ່ມຂຶ້ນເປັນຈຳນວນ 1 ລ້ານແຫ່ງ.
(ແຫຼ່ງຄັດຈາກ VOV)

top