ຂ່າວສານ

ນາຍົກລັດຖະມົນຕີ ຫງວຽນຊວນຟຸກ: ແຫຼ່ງທຶນ ODA ມີບົດບາດສຳຄັນສຳລັບການພັດທະນາເສດຖະກິດ - ສັງຄົມຂອງ ຫວຽດນາມ

      ທ່ານນາຍົກລັດຖະມົນຕີຮຽກຮ້ອງ ໃນໄລຍະທີ່ຈະມາເຖິງຕ້ອງຮັດແໜ້ນການຄຸ້ມຄອງ, ຍົກສູງການນຳໃຊ້ບ້ວງເງິນກູ້ຢືມODA ໃຫ້ມີປະສິດທິຜົນ
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເປັນປະທານກອງປະຊຸມ
      ຕອນເຊົ້າວັນທີ 08 ມີນາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ເປັນປະທານກອງປະຊຸມກັບບາງກະຊວງ ແລະ ຂະແໜງການ ກ່ຽວກັບການຄຸ້ມຄອງທຶນກູ້ຢືມ ODA ແລະ ທຶນກູ້ຢືມບຸລິມະສິດ. ກ່າວຄຳເຫັນນະທີ່ນີ້, ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ ບົດບາດຂອງທຶນ ODA ຕໍ່ການພັດທະນາເສດຖະກິດ - ສັງຄົມຂອງ ຫວຽດນາມ ໃນໄລຍະຜ່ານມາ, ພິເສດແມ່ນຕໍ່ກັນພັດທະນາພື້ນຖານໂຄງລ່າງ, ການເພີ່ມທະວີກຳລັງຄວາມສາມາດດ້ານກົງຈັກການຈັດຕັ້ງ. ທ່ານນາຍົກລັດຖະມົນຕີຮຽກຮ້ອງ ໃນໄລຍະທີ່ຈະມາເຖິງຕ້ອງຮັດແໜ້ນການຄຸ້ມຄອງ, ຍົກສູງການນຳໃຊ້ບ້ວງເງິນກູ້ຢືມ ODA ໃຫ້ມີປະສິດທິຜົນ, ນັບທັງບັນດາໂຄງການໜູນຊ່ວຍດ້ານເຕັກນິກ ເພື່ອໃຫ້ກະແສແຫຼ່ງທຶນນີ້ໄດ້ຮັບໃຊ້ການພັດທະນາໄດ້ດີກວ່າ   ພ້ອມກັນນັ້ນ ແມ່ນກວດຄືນໃຫ້ລະອຽດ, ຫຼຸດຜ່ອນບັນດາບ້ວງລາຍຈ່າຍທີ່ບໍ່ຈຳເປັນໃນບັນດາໂຄງການ ODAຄືການຊື້ລົດໃຫຍ່. ທ່ານນາຍົກລັດຖະມົນຕີຖືວ່າ ສຳລັບບັນດາລາຍການ, ໂຄງການ ODA ແລະ ບັນດາສັນຍາໄດ້ລົງນາມແຕ່ປີ 2017 ລົງມາ ຄວນປະຕິບັດຕາມມະຕິຕົກລົງ ສະບັບເລກທີ 49 ຂອງ ສະພາແຫ່ງຊາດ. ບັນດາອົງການຮັບຜິດຊອບຕ້ອງເປັນເຈົ້າການໃນການກວດກາຄືນ, ຫຼຸດຜ່ອນບັນດາບ້ວງລາຍຈ່າຍບໍ່ມີປະສິດທິຜົນ, ບໍ່ເໝາະສົມ ຫຼືຍັງບໍ່ທັນຈຳເປັນ ເພື່ອຮັບປະກັນຄວາມປະຢັດ, ມີປະສິດທິຜົນ ແລະ ບົນພື້ນຖານຄວາມເປັນເອກະພາບກັບບັນດາຜູ້ອຸປະຖຳ ຫຼັງຈາກນັ້ນສົ່ງໃຫ້ກະຊວງການເງິນສັງລວມ ແລ້ວລາຍງານໃຫ້ທ່ານນາຍົກລັດຖະມົນຕີ.
 (ແຫຼ່ງຄັດຈາກ VOV)

top