ຂ່າວສານ

ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຮັດວຽກກັບການນຳນະຄອນ ໂຮ່ຈີມິນ

      ຕອນເຊົ້າວັນທີ 23 ມິຖຸນາ, ທີ່ນະຄອນ ໂຮ່ຈີມິນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ເຮັດວຽກກັບການນຳຫຼັກແຫຼ່ງຂອງນະຄອນ ໂຮ່ຈີມິນ ກ່ຽວກັບສະພາບການປະຕິບັດໜ້າທີ່ເສດຖະກິດສັງຄົມ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ
ເຮັດວຽກກັບການນຳຫຼັກແຫຼ່ງຂອງນະຄອນ ໂຮ່ຈີມິນ (ພາບອິນເຕີແນັດ)
      ທີ່ການເຮັດວຽກ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຊີ້ແຈ້ງວ່າ: ນະຄອນ ໂຮ່ຈີມິນ ມີທີ່ຕັ້ງສຳຄັນໃນທົ່ວປະເທດ. ຖ້າທົ່ວປະເທດບັນລຸລະດັບເຕີບໂຕ 1% ນະຄອນໂຮ່ຈີມິນກວມເຖິງ 0,21%. ດັ່ງນັ້ນ, ເລື່ອງພິຈາລະນາຄືນບັນດາໜ້າທີ່ໃນຊຸມເດືອນທ້າຍປີຂອງນະຄອນ ແມ່ນສຳຄັນທີ່ສຸດສຳລັບທົ່ວປະເທດ.
        ຂ່າວທີ່ໜ້າພາກພູມໃຈ ນັ້ນແມ່ນຕາມບົດລາຍງານຂອງນະຄອນແລ້ວ, ເສດຖະກິດສືບຕໍ່ເຕີບໂຕໃນລະດັບສູງກ່ວາເມື່ອທຽບໃສ່ໄລຍະດຽວກັນ ດ້ວຍລະດັບ ເຕີບໂຕ 7,76% ລາຍຮັບງົບປະມານກ່ວາ 173.000 ຕື້ດົງ, ບັນລຸເກືອບເຄິ່ງໜຶ່ງແຜນງົບປະມານ ແລະ ເພີ່ມຂຶ້ນກ່ວາ 17% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ດັນຊະນີການຜະລິດອຸດສາຫະກຳເພີ່ມຂຶ້ນ 7,5% ເມື່ອທຽບໃສ່ໄລຍະດຽວກັນ. ເງິນລົງທຶນໂດຍກົງຈາກຕ່າງປະເທດບັນລຸ 2,24 ຕື້ USD, ທົບ 2 ເທົ່າເມື່ອທຽບໃສ່ໄລຍະດຽວກັນ…ໃນຊຸມເດືອນທ້າຍປີ 2017, ນະຄອນສືບຕໍ່ປະຕິບັດຄາດໝາຍເຕີບໂຕເສດຖະກິດເພື່ອບັນລຸໃຫ້ໄດ້ 8,4 ເຖິງ 8,7% ຍອດຈຳນວນທຶນສັງຄົມບັນລຸ 35%, ລາຍຮັບງົບປະມານບັນລຸ 100% ຕາມແຜນງົບປະມານ; ຈຳນວນວິສາຫະກິດສ້າງຕັ້ງໃໝ່ບັນລຸ 500.000 ແຫ່ງ.
(ແຫຼ່ງຄັດຈາກ VOV)

top