ຂ່າວສານ

ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເປັນປະທານວາລະໄຂເວທີປາໄສເສດຖະກິດພາກເອກະຊົນຫວຽດນາມປີ 2019

      ບ່າຍວັນທີ 2 ພຶດສະພາ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ, ທ່ານຫົວໜ້າຄະນະເສດຖະກິດສູນກາງ ຫງວຽນວັນບີງ ໄດ້ເປັນປະທານຮ່ວມເວທີປາໄສເສດຖະກິດພາກເອກະຊົນຫວຽດນາມປີ 2019

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກກ່າວຄຳເຫັນໄຂເວທີປາໄສ
            ກ່າວຄຳເຫັນໄຂເວທີປາໄສ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ເນັ້ນໜັກເຖິງບັນດາໝາກຜົນໃຫຍ່ຂອງປະເທດຊາດພາຍຫຼັງ 30 ປີແຫ່ງການປ່ຽນແປງໃໝ່, ໃນນັ້ນ ເສດຖະກິດເອກະຊົນພົ້ນເດັ່ນຂຶ້ນຄືດັ່ງໜຶ່ງໃນບັນດາກຳລັງໜູນທີ່ສຳຄັນ, ຊັກຈູງການເຕີບໂຕຂອງພື້ນຖານ ເສດຖະກິດ. ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ກ່າວວ່າ :
     “ ພາກເອກະຊົນທີ່ເຕີບໃຫຍ່, ເຂັ້ມແຂງ, ໝັ້ນຄົງ, ຄຽງຂ້າງລັດວິສາຫະກິດທີ່ມີປະສິດທິຜົນກ່ວາ, ຂົງເຂດເສດຖະກິດສະຫະກອນທີ່ຂະຫຍັນຂັນເຄື່ອນກ່ວາ ຈະສ້າງອະນາຄົດທີ່ຈະເລີນກ້າວໜ້າ ແລະ ໝັ້ນຄົງກ່ວາໃຫ້ແກ່ພື້ນຖານເສດຖະກິດຫວຽດນາມ. ຂົງເຂດເສດຖະກິດພາຍໃນປະເທດທີ່ເຕັມໄປດ້ວຍກຳລັງບົ່ມຊ້ອນ ຈະປະກອບສ່ວນແຜ່ກະຈາຍກຳລັງແຮງ ແລະ ສົ່ງຜົນສະທ້ອນເຖິງພາກພື້ນ ແລະ ໂລກອີກດ້ວຍ ”
       ພາຍຫຼັງວາລະໄຂເວທີປາໄສ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ພ້ອມກັບການນຳພັກ, ລັດ, ບັນດາກະຊວງ, ຂະແໜງການ ໄດ້ເຂົ້າຮ່ວມການສົນທະນາກັບບັນດາວິສາຫະກິດກ່ຽວກັບບັນຫາຊຸກຍູ້ການພັດທະນາເສດຖະກິດພາກເອກະຊົນ. ນະທີ່ນີ້, ບັນດາການນຳວິສາຫະກິດ, ສະຫະສະມາຄົມວິສາຫະກິດທັງຢູ່ພາຍໃນ ແລະ ຕ່າງປະເທດ ໄດ້ປະກອບຄຳຄິດເຫັນ, ແຜນການພັດທະນາເສດຖະກິດພາກເອກະຊົນ, ໃນນັ້ນ ຄວນສືບຕໍ່ຍູ້ແຮງການສ້າງລະບອບລະບຽບການໃຫ້ສົມບູນແບບ, ປົວແປງສະພາບແວດລ້ອມແຫ່ງການລົງທຶນ,ດຳເນີນທຸລະກິດທີ່ມີຄວາມສະດວກກ່ວາເກົ່າ, ຍູ້ແຮງການຕ້ານສໍ້ລາດບັງຫຼວງ, ສ້າງບັນດາຍຸດທະສາດພັດທະນາບັນດາຂະແໜງຜະລິດສິນຄ້າໄລຍະຍາວໃຫ້ສົມບູນແບບ ແລະ ວິໄສທັດທີ່ຍາວໄກກວ່າ…
 (ແຫຼ່ງຄັດຈາກ VOV)


top