ຂ່າວສານ

ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຂົ້າຮ່ວມເຫດການຕ່າງໆໃນ ຂອບເຂດກອງປະຊຸມສຸດຍອດ G 20

      ຕອນເຊົ້າວັນທີ 29 ມີຖຸນາ, ຢູ່ ໂອຊາກາ ປະເທດຍີປຸ່ນ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ເຂົ້າຮ່ວມວາລະປະຊຸມທີ່ 3 ໃນຂອບເຂດກອງປະຊຸມສຸດຍອດ G 20 ກ່ຽວກັບການພັດທະນາແບບຍືນຍົງ; ເຂົ້າຮ່ວມວາລະປະຊຸມທີ່ 4 ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ, ສິ່ງແວດລ້ອມ ແລະ ພະລັງງານ ແລະ ບັນດາເຫດການຢູ່ນອກກອງປະຊຸມກ່ຽວກັບການເພີ່ມທະວີບົດບາດຂອງແມ່ຍິງ

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ພົບປະ ກັບ ປະທານທະນາຄານພັດທະນາອາຊີ
      ກ່ຽວກັບຫົວຂໍ້ພັດທະນາແບບຍືນຍົງ, ກ່ອນທີ່ເຂົ້າຮ່ວມ ກອງປະຊຸມສຸດຍອດ G 20, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ໃຫ້ສຳພາດຕໍ່ນັກຂ່າວຍີປຸ່ນ, ໃນນັ້ນ ເນັ້ນໜັກວ່າ ຫວຽດນາມພວມປະກອບສ່ວນຢ່າງຕັ້ງໜ້າ ແລະ ແທດຈິງເຂົ້າໃນເນື້ອໃນຂອງ ກອງປະຊຸມສຸດຍອດ G 20, ໃນນັ້ນ ມີໂຄງການດຳເນີນງານ 2030 ຂອງ ສ.ປ.ຊ ກ່ຽວກັບການ ພັດທະນາແບບຍືນຍົງ, ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ການຮັກສາສິ່ງແວດລ້ອມທະເລ, ສະກັດກັ້ນຂີ້ເຫຍື້ອ, ຢາງປລາດສະຕິກເສດເຫຼືອ….
     ແລະ ກໍໃນຕອນເຊົ້າວັນດຽວກັນ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ມີການພົບປະ 2 ຝ່າຍກັບ ທ່ານນາຍົກລັດຖະມົນຕີ ອົດສະຕາລີ, ປະທານທະນາຄານພັດທະນາອາຊີເພື່ອປຶກສາຫາລືກ່ຽວກັບການຊຸກຍູ້ການຮ່ວມມື 2 ຝ່າຍ.
 (ແຫຼ່ງຄັດຈາກ VOV)


top