ຂ່າວສານ

ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຂົ້າຮ່ວມພິທີສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງທະນາຄານ Agribank

ສະເໜີໃຫ້ທະນາຄານ Agribank ໃນໄລຍະຈະມາເຖິງ, ທາງທະນາຄານຕ້ອງປະຕິບັດໜ້າທີ່ການເມືອງ ຊຶ່ງພັກ ແລະ ລັດມອບໝາຍໃຫ້ເປັນຢ່າງດີກວ່າອີກ  ນຳມາເຊິ່ງຜົນປະໂຫຍດຫຼາຍຢ່າງໃຫ້ແກ່ຊາວກະສິກຳ

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກປະດັບຫຼຽນໄຊແຮງງານ ຊັ້ນໜຶ່ງ ໃຫ້ແກ່ Agribank

ຕອນເຊົ້າວັນທີ 26 ມີນາ, ຢູ່ນະຄອນຫຼວງຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເຂົ້າຮ່ວມພິທີສະເຫຼີມສະຫຼອງ 30 ປີ ແຫ່ງວັນສ້າງຕັ້ງທະນາຄານກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ (Agribank).

        ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ສະເໜີໃຫ້ທະນາຄານ Agribank ໃນໄລຍະຈະມາເຖິງ, ທາງທະນາຄານຕ້ອງປະຕິບັດໜ້າທີ່ການເມືອງ ຊຶ່ງພັກ ແລະ ລັດມອບໝາຍໃຫ້ເປັນຢ່າງດີກວ່າອີກ  ນຳມາເຊິ່ງຜົນປະໂຫຍດຫຼາຍຢ່າງໃຫ້ແກ່ຊາວກະສິກຳ. ທະນາຄານກໍຕ້ອງຍູ້ແຮງການໃຫ້ກູ້ຢືມເງິນແກ່ບັນດາສະຫະກອນ, ວິສາຫະກິດຂະໜາດນ້ອຍ, ຮ້ານສັບພະສິນຄ້າຂະໜາດນ້ອຍ ປະກອບສ່ວນເຂົ້າໃນວິວັດການສ້າງຊົນນະບົດໃໝ່ຢູ່ຫວຽດນາມ. ພິເສດ, ທະນາຄານຄວນຮັບປະກັນການສະໜອງແຫຼ່ງທຶນເຂົ້າໃນບັນດາຂົງເຂດບຸລິມະສິດ, ກະສິກຳເຕັກໂນໂລຢີສູງ, ການສົ່ງອອກ, ບົນຈິດໃຈ ຕ້ອງຫັນລະບຽບການບໍລິຫານເປັນງ່າຍດາຍ, ຍົກສູງຄຸນນະພາບສິນເຊື່ອ ແລະ ຫຼຸດຜ່ອນໜີ້ເສຍ.

        ຕາງໜ້າການນຳພັກ, ລັດ ທ່ານນາຍົກລັດຖະມົນຕີ  ຫງວຽນຊວນຟຸກ ໄດ້ປະດັບຫຼຽນໄຊແຮງງານ ຊັ້ນໜຶ່ງ ແລະ ທຸງແຂ່ງຂັນຂອງລັດຖະບານທີ່ມອບໃຫ້ໝູ່ຄະນະພະນັກງານ, ພາລະກອນທະນາຄານ Agribank.

(ແຫຼ່ງຄັດຈາກ VOV)

 


top