ຂ່າວສານ

ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຂົ້າຮ່ວມກອງປະຊຸມສຸດຍອດທາງອອນລາຍ ຂະບວນການບໍ່ຮ່ວມກຸ່ມ

ຕອນຄ່ຳວັນທີ 4 ພຶດສະພາ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດທາງອອນລາຍ ຂະບວນການບໍ່ຮ່ວມກຸ່ມ.

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ເຂົ້າຮ່ວມກອງປະຊຸມສຸດຍອດທາງອອນລາຍ ຂະບວນການບໍ່ຮ່ວມກຸ່ມ

ໃນວະລະປຶກສາຫາລືຮ່ວມໂດຍທ່ານ ປະທານາທິບໍດີ ອາແຊັກບາຍຢານ ເປັນປະທານ, ບັນດາຜູ້ແທນໄດ້ສຸມໃສ່ແລກປ່ຽນສະພາບການ, ຕີລາຄາກ່ຽວກັບຂໍ້ສະເໜີແນະ ທາງດ້ານທິດທາງ ການສົໃທົບກັນໃນ ຂະບວນການບໍ່ຮ່ວມກຸ່ມ; ບັນດາຜົນກະທົບຂອງໂລກລະບາດ ໂຄວິດ - 19 ທີ່ມີຕໍ່ບັນດາປະເທດສະມາຊິກຂອງ ຂະບວນການບໍ່ຮ່ວມກຸ່ມ. ຄາດວ່າ ກອງປະຊຸມຈະຮັບຮອງເອົາຖະແຫຼງການການເມືອງຮ່ວມກ່ຽວກັບ ໂລກລະບາດ ໂຄວິດ - 19.

     ສຳລັບຫວຽດນາມ, ຂະບວນການບໍ່ຮ່ວມກຸ່ມໄດ້ມີສຽງເວົ້າອັນແຂງແຮງ, ຮອບດ້ານໃນບັນດາການຕໍ່ສູ້ປົດປ່ອຍຊາດເມື່ອກ່ອນນີ້ ແລະ ໃນກິດຈະການປົກປັກຮັກສາປະເທດຊາດ, ພັດທະນາເສດຖະກິດ-ສັງຄົມ ແລະ ເຊື່ອມໂຮງສາກົນໃນປະຈຸບັນ.
(ແຫຼ່ງຄັດຈາກ VOV)

top