ຂ່າວສານ

ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຮຽກຮ້ອງທົ່ວປະເທດຮ່ວມແຮງຮ່ວມໃຈເພື່ອຄົນທຸກຍາກ

      ຕອນຄ່ຳວັນທີ 15 ຕຸລາ, ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ຈັດຕັ້ງລາຍການ “ຮ່ວມແຮງຮ່ວມໃຈເພື່ອຄົນທຸກຍາກ” ຄັ້ງທີ 17 ຢູ່ຮ່າໂນ້ຍ ແລະ ນະຄອນ ໂຮ່ຈີມິນ

ລາຍການ “ຮ່ວມແຮງຮ່ວມໃຈເພື່ອຄົນທຸກຍາກ”  (ພາບ: VGP)
      ດ້ວຍສານທີ່ວ່າ “ທົ່ວປະເທດຮ່ວມແຮງຮ່ວມໃຈເພື່ອຄົນທຸກຍາກ - ບໍ່ປະໃຫ້ຜູ້ໃດຢູ່ອຶດຫິວ”. ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ລາຍການຢູ່ ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ຊີ້ແຈ້ງວ່າ: ໃນຕະຫລອດໄລຍະ 72 ປີຜ່ານມາ, ວຽກງານລົບລ້າງຄວາມອຶດຫິວ, ຫລຸດຜ່ອນຄວາມທຸກຍາກ ຍາມໃດກໍ່ແມ່ນແຜນນະໂຍບາຍໃຫຍ່ ເຊິ່ງພັກ, ລັດໄດ້ເອົາໃຈໃສ່ເປັນພິເສດ ໃຫ້ບຸລິມະສິດອັນດັບຕົ້ນໆໃນການພັດທະນາເສດຖະກິດ - ສັງຄົມຂອງປະເທດ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກ່າວວ່າ:
        ນີ້ແມ່ນວຽກງານຫຍຸ້ງຍາກທີ່ສຸດ ແຕ່ເຕັມໄປດ້ວຍລັກສະນະວັດທະນະທຳມະນຸດ, ທັງແມ່ນຄວາມຮຽກຮ້ອງຕ້ອງການ ທັງແມ່ນເປົ້າໝາຍຂອງການພັດທະນາແບບຍືນຍົງ. ລັດຖະບານ ຫວຽດນາມ ສືບຕໍ່ປະຕິບັດໂຄງການຈຸດໝາຍແຫ່ງຊາດຫລຸດຜ່ອນຄວາມທຸກຍາກແບບຍືນຍົງ, ກໍ່ສ້າງຊົນນະບົດໃໝ່ຢ່າງມີປະສິດທິຜົນ. ລັດສືບຕໍ່ໃຫ້ບຸລິມະສິດແຫຼ່ງກຳລັງ ແລະ ຄວາມມານະພະຍາຍາມບືນຕົວຂຶ້ນຂອງຄົນທຸກຍາກເອງ, ຕ້ອງການມີການຮ່ວມເດີນທາງ, ໜູນຊ່ວຍຈາກບັນດາອົງການ, ສ່ວນບຸກຄົນຢູ່ພາຍໃນປະເທດ ແລະ ຕ່າງປະເທດ ຫລາຍທີ່ສຸດສຳລັບການຫລຸດຜ່ອນຄວາມທຸກຍາກແບບຍືນຍົງ, ກໍ່ສ້າງຊົນນະບົດໃໝ່”.
        ທີ່ພິທີ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຮຽກຮ້ອງໃຫ້ມີການແບ່ງປັນຈາກວົງຄະນະຍາດສັງຄົມ ກ່ຽວກັບເລື່ອງພໍ່ແມ່ປະຊາຊົນນັບພັນຄົນ ພວມຖືກນ້ຳຖ້ວມທຳລາຍຢູ່ບັນດາທ້ອງຖິ່ນທາງພາກເໜືອ ຫວຽດນາມ.
 (ແຫຼ່ງຄັດຈາກ VOV)

top