ຂ່າວສານ

ນາຍົກລັດຖະມົນຕີ ຫງວຽນຊວນຟຸກ: ຫວຽດນາມ ປ່ຽນໃໝ່, ເຊື່ອມໂຍງ ແລະ ພັດທະນາ

ນີ້ແມ່ນສື່ສິ່ງພິມພິເສດ, ທີ່ລົງພິມບັນດາບົດຂຽນຂອງນັກການເມືອງ, ນັກເສດຖະກິດ, ນັກຄົ້ນ      ຄ້ວາດີເດັ່ນຂອງໂລກກ່ຽວກັບບັນດາບັນຫາການເມືອງ, ການທູດ, ເສດຖະກິດ, ສິ່ງແວດລ້ອມທີ່ມີລັກສະນະທົ່ວໂລກ ແລະ ມີລັກສະນະຄາດຄະເນ, ຄົ້ນຄ້ວາສູງ. 


ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ

(ພາບປະກອບ)

      ເນື່ອງໃນໂອກາດປີໃໝ່ 2018, ສຳນັກຂ່າວສານ ຫວຽດນາມ ໄດ້ຈຳໜ່າຍວາລະສານພິເສດ “The Year Ahead 2018: Hope Against Rage” ( ຄາດຄະເນ 2018: ຄວາມຫວັງ - ປະເຊີນໜ້າ - ໂກດເຄືອງ) ຂອງກຸ່ມບໍລິສັດສື່ສານ Project Syndicate  ດ້ວຍພາສາ ຫວຽດ. ນີ້ແມ່ນສື່ສິ່ງພິມພິເສດ, ທີ່ລົງພິມບັນດາບົດຂຽນຂອງນັກການເມືອງ, ນັກເສດຖະກິດ, ນັກຄົ້ນຄ້ວາດີເດັ່ນຂອງໂລກກ່ຽວກັບບັນດາບັນຫາການເມືອງ, ການທູດ, ເສດຖະກິດ, ສິ່ງແວດລ້ອມທີ່ມີລັກສະນະທົ່ວໂລກ ແລະ ມີລັກສະນະຄາດຄະເນ, ຄົ້ນຄ້ວາສູງ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກໍ່ມີບົດຂຽນໃນສື່ສິ່ງພິມນີ້. ໃນບົດຂຽນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນໜັກວ່າ: ປີ 2017, ໄດ້ຮັບຮູ້ບັນດາໝາກຜົນສຳຄັນ, ຮອບດ້ານພໍສົມຄວນຂອງ ຫວຽດນາມ ໃນບັນດາຂົງເຂດດ້ວຍຫຼາຍສະຖິຕິຄື: ການສ້າງຕັ້ງວິສາຫະກິດໃໝ່, ການລົງທຶນໂດຍກົງຈາກຕ່າງປະເທດ, ການນຳເຂົ້າ - ສົ່ງອອກ, ການສະສົມເງິນຕາຕ່າງປະເທດ. ເສດຖະກິດມະຫາພາກເປັນປົກກະຕິ, ໄພເງິນເຟີ້ໄດ້ຮັບການຄວບຄຸມ, ລະດັບເຕີບໂຕ GDP ບັນລຸ 6,81%, ສູງສຸດໃນ 10 ປີຜ່ານມາ. ສະພາບການເສດຖະກິດ, ສັງຄົມໄດ້ຮັບປະກັນ. ສະພາບແວດລ້ອມແຫ່ງການລົງທຶນຂອງ ຫວຽດນາມ ໄດ້ຮັບການປັບປຸງພໍສົມຄວນ. ຄວາມຕັດສິນໃຈປ່ຽນໃໝ່ຂອງ ຫວຽດນາມ ແລະ ບັນດາໝາກຜົນສຳຄັນທີ່ບັນລຸໄດ້ນັ້ນໄດ້ສ້າງເປັນບັນຍາກາດເບີກບານມ່ວນຊື່ນໃນການລົງທຶນດຳເນີນທຸລະກິດ ແລະ ທົ່ວສັງຄົມ, ປັບປຸງຄວາມໄວ້ເນື້ອເຊື່ອໃຈຂອງນັກລົງທຶນ ແລະ ປະຊາຄົມວິສາຫະກິດ. ຫວຽດນາມ ເປັນເຈົ້າການເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງ, ກ້ວາງຂວາງໃນຫຼາຍລະດັບ, ຫຼາຍຮູບຫຼາຍແບບກ່ຽວກັບຮູບແບບ, ເໝາະສົມກັບຫຼັກການ ແລະ ມາດຖານຂອງຕະຫຼາດທົ່ວໂລກ.

 

        ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນໜັກວ່າ: ກ້າວເຂົ້າສູ່ປີ 2018, ດ້ວຍທິດນຳ “ລະບຽບວິໄນ, ສັດຊື່ບໍລິສຸດ, ກະທຳ, ມີຫົວຄິດປະດິດສ້າງ, ມີປະສິດທິຜົນ”, ຫວຽດນາມ ຕັດສິນໃຈຮັກສາສະພາບແວດລ້ອມມະຫາພາກ, ການເມືອງ - ສັງຄົມເປັນປົກກະຕິ, ເສີມຂະຫຍາຍປະຊາທິປະໄຕ, ຍູ້ແຮງການສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ, ຕ້ານການຫາຜົນປະໂຫຍດແມ່ນກຸ່ມ, ສູ້ຊົນປະຕິບັດບັນດາຄາດໝາຍພັດທະນາແບບຍືນຍົງຮອດປີ 2030 ຂອງ   ສປຊ ຢ່າງມີໄຊ. ຫວຽດນາມ ເຄົາລົບນັບຖືຕ້ອນຮັບ ແລະ ສ້າງທຸກເງື່ອນໄຂໃຫ້ບັນດານັກລົງທຶນ, ວິສາຫະກິດສາກົນ ແລະ ພາຍໃນປະເທດພັດທະນາການຜະລິດ ດຳເນີນທຸລະກິດ, ເລີ່ມທຸລະກິດຢູ່ ຫວຽດນາມ. ພ້ອມກັນນັ້ນ, ຫວຽດນາມ ກໍ່ຈະເປັນເຈົ້າການພ້ອມກັບບັນດາປະເທດຕັ້ງໜ້າຄົ້ນຄ້ວາ, ປະກອບສ່ວນ, ຊອກຫາບັນດາມາດຕະການຮັກສາສະພາບແວດລ້ອມສັນຕິພາບ, ສະຖຽນລະພາບ, ມິດຕະພາບ, ການຮ່ວມມື ແລະ ພັດທະນາ; ພ້ອມທັງຜັນຂະຫຍາຍບັນດາຂໍ້ຕົກລົງພາກພື້ນ, ທົ່ວໂລກ ກ່ຽວກັບການພັດທະນາແບບຍືນຍົງ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດຢ່າງມີປະສິດທິຜົນ ແລະ ແທດຈິງ, ປະກອບສ່ວນຢ່າງແທດຈິງເຂົ້າຮ່ວມໃນການກໍ່ສ້າງ ແລະ ສ້າງບັນດາລະບອບຮ່ວມມື ແລະ ພັດທະນາຫຼາຍຝ່າຍ, ສອງຝ່າຍໃຫ້ເປັນຮູບປະທຳ.

(ແຫຼ່ງຄັດຈາກ VOV)



top