ຂ່າວສານ

ນາຍົກລັດຖະມົນຕີ ຫງວຽນຊວນຟຸກ: ສ້າງກຳລັງໜູນໃຫ້ແກ່ການເຕີບໂຕໃໝ່ຢູ່ ຫວຽດນາມ

      ທ່ານນາຍົກລັດຖະມົນຕີ  ໄດ້ຊີ້ແຈ້ງໜ້າທີ່ຈຸດສຸມເຊິ່ງລັດຖະບານ ສືບຕໍ່ປະຕິບັດ, ນັ້ນແມ່ນຮັບຟັງວິສາຫະກິດ ແລະ ປະຊາຊົນ, ແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຕິດຂັດ

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກ່າວຄຳເຫັນທີ່ການເຮັດວຽກ
      ຕອນບ່າຍວັນທີ 20 ເມສາ, ທີ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເຮັດວຽກກັບກຸ່ມທີ່ປຶກສາດ້ານເສດຖະກິດຂອງນາຍົກລັດຖະມົນຕີ. ກ່າວຄຳເຫັນທີ່ການເຮັດວຽກ, ທ່ານນາຍົກລັດຖະມົນຕີ  ໄດ້ຊີ້ແຈ້ງໜ້າທີ່ຈຸດສຸມເຊິ່ງລັດຖະບານ ສືບຕໍ່ປະຕິບັດ, ນັ້ນແມ່ນຮັບຟັງວິສາຫະກິດ ແລະ ປະຊາຊົນ, ແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຕິດຂັດ, ປັບປຸງສະພາບແວດລ້ອມແຫ່ງການລົງທຶນ ດຳເນີນທຸລະກິດ ເພື່ອສ້າງຄວາມສະດວກໃຫ້ແກ່ແຫຼ່ງກຳລັງພັດທະນາ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເນັ້ນໜັກວ່າ:
        ຂ້າພະເຈົ້າໄດ້ຕັ້ງຄຳຖາມໃຫຍ່ ເຊິ່ງມີສະມາຊິກຫຼາຍຄົນໃນກຸ່ມທີ່ປຶກສາເວົ້າເຖິງ ແລະ ຂ້າພະເຈົ້າໄດ້ເຫັນດີເຫັນພ້ອມ, ນັ້ນແມ່ນຕ້ອງຊອກຫາກຳລັງໜູນເຕີບໂຕໃໝ່ຢູ່ ຫວຽດນາມ ໃນຈຸດເວລາປະຈຸບັນ ແລະ ພິເສດແມ່ນແຜນການແຕ່ປີ 2018 – 2021. ກຳລັງໜູນນັ້ນສືບຕໍ່ປ່ຽນໃໝ່ກົນໄກຄຸ້ມຄອງ, ນັ້ນແມ່ນປັບປຸງສະພາບແວດລ້ອມແຫ່ງການລົງທຶນ, ນັ້ນແມ່ນໜູນຊ່ວຍວິສາຫະກິດຜ່ານການຫລຸດຜ່ອນລາຍຈ່າຍ ແລະ ລະບຽບການ, ນັ້ນແມ່ນການພັດທະນາຢ່າງແຮງຂອງວິສາຫະກິດພາກເອກະຊົນ ແລະ ປ່ຽນໃໝ່ລັດວິສາຫະກິດ, ສ້າງໂຄງປະກອບພື້ນຖານເສດຖະກິດໃນທຸກໆຂົງເຂດຄືນໃໝ່.
 (ແຫຼ່ງຄັດຈາກ VOV)
 


top